ຂ່າວສານ

ຫວຽດ​ນາມ ສະ​ເໜີ IMF ສືບ​ຕໍ່​ໃຫ້ຄຳ​ປຶກ​ສາ​​ດ້ານ​ນະ​ໂຍ​ບາຍ, ໜູ​ນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kenji Okamura, ຮອງຜູ້ອຳນວຍການໃຫຍ່ກອງທຶນເງິນຕາ ສາກົນ (IMF).
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Kenji Okamura, ຮອງຜູ້ອຳນວຍການກອງທຶນເງິນຕາ ສາກົນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ IMF ໃນວິວັດການປ່ຽນແປງໃໝ່, ເປີດປະຕູ, ເຊື່ອມໂຍງເຂົ້າກັບສາກກົນ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ ກໍ່ຄືຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ບໍລິຫານເສດຖະກິດມະຫາພາກ.

ທ່ານນາຍົກລັດຖະມົນຕີ ສະເໜີ IMF ສືບຕໍ່ໃຫ້ຄຳປຶກສາດ້ານນະໂຍບາຍ, ແຈ້ງເຕືອນຄວາມສ່ຽງໃຫ້ ຫວຽດນາມ, ເພີ່ມທະວີການຮ່ວມມື, ໜູນຊ່ວຍດ້ານເຕັກນິກ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ, ຜັນຂະຫຍາຍບັນດາໂຄງການໜູນຊ່ວຍ ຫວຽດນາມ ຮັບມືກັບບັນດາເງື່ອນໄຂເສດຖະກິດສາກົນໃໝ່.

ສ່ວນທ່ານ Kenji Okamura ຮອງຜູ້ອຳນວຍການໃຫຍ່ IMF ໃຫ້ຮູ້ວ່າ ຄະນະປະຕິບັດງານຂອງ IMF ມາ ຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ຊອກຮູ້, ຮ່ຳຮຽນຕື່ມກ່ຽວກັບເສັ້ນທາງໄປສູ່ຄວາມສຳເລັດຂອງ ຫວຽດນາມ, ພ້ອມທັງຊຸກຍູ້ການພົວພັນຄູ່ຮ່ວມມືທີ່ມີມາແຕ່ດົນນານລະຫວ່າງ IMF - ຫວຽດນາມ, ຜ່ານບັນດາການເຄື່ອນໄຫວ, ໂຄງການລະອຽດ, ແທດຈິງ, ມີປະສິດທິຜົນ. ທ່ານຮອງຜູ້ອຳນວຍການໃຫຍ່ IMF ໃຫ້ຮູ້ວ່າ IMF ຈະມີສຽງເວົ້າກັບບັນດາອົງການການເງິນສາກົນ, ຊ່ວຍຫວຽດນາມ ລະດົມໄດ້ແຫຼ່ງກຳລັງຈາກພາຍນອກໃຫ້ແກ່ບັນດາລາຍການ, ໂຄງການໃຫຍ່.


top