ຂ່າວສານ

ຫວຽດ​ນາມ - ລຸກ​ຊຳ​ບວກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ

ນາຍົກລັດຖະມົນຕີສອງທ່ານກໍສະເໜີໃຫ້ອົງການຕ່າງໆ ແລະ ວິສາຫະກິດສອງປະເທດ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ, ຍູ້ແຮງການເຊື່ອມຕໍ່ກ່ຽວກັບ logistics; ຊຸກຍູ້ການລົງນາມໃນສັນຍາຫຼີກເວັ້ນການເກັບພາສີຊ້ອນ 2 ຄັ້ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສ້າງເງື່ອນໄຂສະດວກແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ລຸກຊຳບວກ ແລະ ອີຢູ.
  ການພົບປະລະຫວ່າງສອງຝ່າຍ  
ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel, ຕອນເຊົ້າວັນທີ 9 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ ລຸກຊຳບວກ, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ. ໃນການພົບປະເຈລະຈາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Xavier Bettel ໄດ້ເຫັນດີເປັນເອກະພາບ ຊຸກຍູ້ໃຫ້ສ້າງກົນໄກຄູ່ຮ່ວມມືຍຸດທະສາດທາງດ້ານການເງິນສີຂຽວໂດຍໄວ; ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ ແລະ ມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ນາຍົກລັດຖະມົນຕີສອງທ່ານກໍສະເໜີໃຫ້ອົງການຕ່າງໆ ແລະ ວິສາຫະກິດສອງປະເທດ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ, ຍູ້ແຮງການເຊື່ອມຕໍ່ກ່ຽວກັບ logistics; ຊຸກຍູ້ການລົງນາມໃນສັນຍາຫຼີກເວັ້ນການເກັບພາສີຊ້ອນ 2 ຄັ້ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສ້າງເງື່ອນໄຂສະດວກແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ລຸກຊຳບວກ ແລະ ອີຢູ. ສ່ວນທ່ານນາຍົກລັດຖະມົນຕີ ລຸກຊຳບວກ ກໍ່ສະໜັບສະໜູນ ອີຢູ ຮັບຮອງເອົາສັນຍາ EVIPA ໂດຍໄວ; ຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນ, ທະນາຄານ, ຕະຫຼາດຫຼັກຊັບ, ການເງິນຕ້ານການປ່ຽນແປງຂອງດິນຟ້າອາກາດ; ການເງິນສີຂຽວ.

ສອງຝ່າຍກໍເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຕ້ານອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ການຫັນເປັນດີຈີຕອນ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ການຄົມມະນາຄົມຂົນສົ່ງ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານລັດຖະສະພາ ລຸກຊຳບວກ Fernand Etgen. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ລຸກຊຳບວກ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຫວຽດນາມ ກຳລັງຢາກເປີດກວ້າງຕະຫຼາດ, ຖື ລຸກຊຳບວກ ແມ່ນຕະຫຼາດຂົວຕໍ່ໃຫ້ ຫວຽດນາມ ເຂົ້າຕະຫຼາດ ອີຢູ ແລະ ຫວຽດນາມ ແມ່ນຂົວຕໍ່ໃຫ້ ລຸກຊຳບວກ ເຂົ້າ ອາຊຽນ; ເສີມຂະຫຍາຍທ່າໄດ້ປຽບຂອງສັນຍາ EVFTA. ທ່ານກໍຫວັງວ່າ ນັກລົງທຶນຂອງສອງປະເທດຈະຊອກຮູ້ຕະຫຼາດ, ໜູນຊ່ວຍກັນ, ແບ່ງປັນບົດຮຽນປະສົບການ, ສ້າງເງື່ອນໄຂສະດວກພ້ອມກັນພັດທະນາ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດເສດຖະກິດຂະໜາດໃຫຍ່ຂອງ ລຸກຊຳບວກ ກໍຄື ເອີຣົບ ແລະ ໄປຢ້ຽມຢາມສູນຕະຫຼາດຫຼັກຊັບ ລຸກຊຳບວກ.


top