ຂ່າວສານ

ຫວຽດ​ນາມ, ລາວ, ໄທ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ສອງທ່ານໄດ້ເຫັນດີເປັນເອກະພາບ ພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດຮັບໃຊ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ.
  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: ຫງວຽນຮົ່ງ)  

ວັນທີ 3 ກໍລະກົດ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງຄັ້ງທີ 7 ຢູ່ Bagan, ມຽນມາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມັດວິໄນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ສອງທ່ານໄດ້ເຫັນດີເປັນເອກະພາບ ພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດຮັບໃຊ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ ແລະ ການລົງທຶນຢ່າງບໍ່ຢຸດຢັ້ງ... ສອງທ່ານກໍ່ໄດ້ເຫັນດີຈະເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມັດວິໄນ, ທ່ານລັດຖະມົນຕີບຸຍແທັງເຊີນສະເໜີໃຫ້ສອງຝ່າຍສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023, ຊຸກຍູ້ການເຕີບໂຕທາງການຄ້າ ຕາມທິດສົມດູນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດສຳເລັດການນຳເປົ້າໝາຍວົງເງິນການຄ້າສອງສົ້ນ ບັນລຸ 25 ຕື້ USD.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງໃຫ້ເປັນຢ່າງດີ, ສືບຕໍ່ຮັກສາການພົວພັນຮ່ວມມືຢ່າງດີງາມໃນບັນດາຂົງເຂດຫຼັກ, ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ ທີ່ຍັງເຫຼືອໃນຂອບເຂດ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”. ລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.


top