ຂ່າວສານ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ວຽກ​ງານ​ຊອກ​ຫາ ແລະ ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ​ທີ່ເສຍ​ສະຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມຢູ່ ລາວ

ວຽກງານຊອກຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ, ນັບມື້ນັບໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກ 2 ປະເທດ. ນັ້ນບໍ່ພຽງແຕ່ແມ່ນການກະທຳຕອບບຸນແທນຄຸນເທົ່ານັ້ນ ຫາກຍັງເປັນການສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນໃຫຍ່ຫລວງສຳລັບລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບ.
  ຫວຽດນາມ - ລາວເຊັນບົດບັນທຶກເຮັດວຽກຂອງກອງປະຊຸມວຽກງານຊອກຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ (ພາບ: /hcmcpv.org.vn)  

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 327 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ຫລາຍຄົນທີ່ຮູ້ພາສາ ລາວ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງ Mauricio Vallese ຢູ່ , ປະເທດ ອາກຊັງຕິນ ໄດ້ຂຽນອີແມວມາວ່າ: ຂ້າພະເຈົ້າມັກບັນດາເນື້ອໃນວັດທະນະທຳກໍ່ຄືຂ່າວຕ່າງໆກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດອາເມລິກາລາຕິນ. ຂ້າພະເຈົ້າຫວັງວ່າພວກເພື່ອນຈະສົມທົບບົດເພງເຂົ້າໃນລາຍການຕ່າງໆຫຼາຍກ່ວາອີກ.

ທ່ານຜູ້ຟັງ Juan Diez  ໄດ້ສະແດງຄວາມຍິນດີຕໍ່ສັບປະດາຂັ້ນສູງ APEC 2022 ທີ່ໄດ້ດຳເນີນຢູ່ນະຄອນຫຼວງບາງກອກປະເທດໄທ: “ຢູ່ບາງກອກ, ນະຄອນຫຼວງຂອງໄທ, ສັບປະດາ APECໄດ້ໄຂຂຶ້ນ, ໝັ້ນໝາຍວ່າອະນາຄົດຈະເຕັມໄປດ້ວຍໄຊຊະນະ ແລະ ຜົນສຳເລັດທີ່ມີຄວາມຂະຫຍັນຂັນເຄື່ອນ, ພູມປັນຍາ ແລະ ການວາງແຜນຜັງທີ່ມີແບບມີແຜນ ເພື່ອການພັດທະນາແບບຍືນຍົງຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ. ຜູ້ໃດທີ່ໄປບາງກອກໃນຊຸມວັນນີ້ ຈະເຫັນໄດ້ວ່ານະຄອນບາງກອກກ້າວໜ້າ ແລະ ທັນສະໄໝ, ນັ້ນແມ່ນພະຍານຫຼັກຖານຢັ້ງຢືນກຳລັງແຮງທາງດ້ານເສດຖະກິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແລະ ບັນດາປະເທດໃນພາກພື້ນໄດ້ຕັດສິນໃຈຖືເອົາທະວີບອາຊີເປັນເປົ້າໝາຍ ເຊິ່ງແມ່ນສະຖານທີ່ກໍ່ສ້າງອະນາຄົດຂອງໂລກ.”

ໃນຊຸມເດືອນປີທີ່ລຳບາກກາກກຳໃນໄລຍະສົງຄາມໄດ້ຜ່ານພົ້ນໄປດົນແລ້ວ ເພື່ອໃຫ້ຊີວິດການເປັນຢູ່ມີຄວາມສະຫງົບສຸກຄືໃນປັດຈຸບັນ ມີບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດ, ເລືອດເນື້ອຂອງຕົນ. ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມຕື້ນຕັນໃຈ ແລະ ບໍ່ສາມາດຫຼົງລືມໄດ້ການເສຍສະຫຼະຊີວິດຂອງລຸ້ນພໍ່ລຸ້ນອ້າຍ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮູ້ວ່າ: ວຽກງານຊອກຫາ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ, ນັບມື້ນັບໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກ 2 ປະເທດ. ນັ້ນບໍ່ພຽງແຕ່ແມ່ນການກະທຳຕອບບຸນແທນຄຸນເທົ່ານັ້ນ ຫາກຍັງເປັນການສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນໃຫຍ່ຫລວງສຳລັບລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບ. ນັ້ນແມ່ນຄຳແບ່ງປັນຂອງທ່ານຜູ້ຟັງ ເຈິ່ນດຶກຢຸຍ ຢູ່ແຂວງເຊີນລາ, ລາວໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ລາວໃນຊ່ວງໄລຍະເວລາໜຶ່ງ. ລາວຢາກຮູ້ແຈ້ງກ່ຽວກັບການຜັນຂະຫຍາຍວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວລະຫວ່າງສອງປະເທດໃນໄລຍະຈະມາເຖິງ

ເພື່ອນ ເຈິ່ນດຶກຢຸຍ ທີ່ຮັກແພງ!ຄືພວກເຮົາໄດ້ຮັບຂ່າວທີ່ວ່າ ໃນໄລຍະຜ່ານມາ, ເຖິງວ່າໃນເງື່ອນໄຂຂໍ້ມູນກ່ຽວກັບສະຖານທີ່ຝັງສົບຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນັບມື້ນັບປະສົບກັບຄວາມຫຍຸ້ງຍາກ, ສະພາບການພະຍາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ໃນລະດູແລ້ງ 2021 – 2022, ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ບັນລຸໄດ້ຜົນງານທີ່ຕັ້ງໜ້າຫຼາຍຢ່າງ. ໃນນັ້ນ, ຄະນະປະຕິບັດງານພິເສດ ຂອງລັດຖະບານ, ອຳນາດການປົກຄອງທຸກຂັ້ນຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນເປັນປະຈຳ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ດັ່ງກ່າວໄດ້ຢ່າງທັນການ. ປັດຈຸບັນ, ແຫຼ່ງຂ່າວກ່ຽວກັບສະຖານທີ່ຝັງສົບຂອງທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ນັບມື້ນັບໜ້ອຍລົງ, ຄວາມຊັດເຈນບໍ່ສູງ. ດັ່ງນັ້ນ, ຄະນະປະຕິບັດງານພິເສດຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນຂອງສອງປະເທດໄດ້ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນ, ຊີ້ນຳການຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສອງປະເທດທຸກຊັ້ນຄົນ ສະໜອງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກເພື່ອຍົກສູງປະສິດທິຜົນຂອງວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຈົນຮອດເວລາທີ່ພວກເຮົາບໍ່ມີຂໍ້ມູນຫຍັງຕື່ມອີກກ່ຽວກັບບ່ອງຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ.

ເພື່ອນດາລາວັນຢູ່ແຂວງຈຳປາສັກຢາກຊອກຮູ້ກ່ຽວກັບ Festival ສຸມໄມ້ໄຜ່ 2022: ເພື່ອໄມ້ໄຜ່ຫວຽດ 1 ລ້ານສຸມ ທີ່ໄດ້ດຳເນີນໃນອາທິດຜ່ານມາຢູ່ເຂດຕົວເມືອງ Ecopark,ຮ່າໂນ້ຍ

ເພື່ອນດາລາວັນທີ່ຮັກແພງ! ເພື່ອສຸມໄມ້ໄຜ່ຫວຽດ 1 ລ້ານສຸມ” ແມ່ນການລິເລີ່ມ ແລະ ຜັນຂະຫຍາຍໂດຍໂຄງການ “ລາຍການດົນຕີເພື່ອສີຂຽວ - ກອງທຶນຜ້າພັນຄໍທີ່ອົບອຸ່ນໃຫ້ແກ່ນ້ອງ” ໃນປີ 2021 ດ້ວຍ 3 ເປົ້າໝາຍຕົ້ນຕໍແມ່ນ: ສ້າງກາລະໂອກາດເພື່ອໃຫ້ທຸກຄົນຮູ້ສຶກໄດ້ຜົນສະທ້ອນຢ່າງຕັ້ງໜ້າຈາກວິຖີດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ,  ຖ່າຍທອດບົດບາດ ແລະ ຄວາມໝາຍຂອງສຸມໄຜ່ຕໍ່ການດຳລົງຊີວິດໃນສະພາບແວດລ້ອມສີຂຽວ, ເຜີຍແຜ່ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ວົງຄະນະຍາດຊຸມຊົນ ເພື່ອພ້ອມກັນອຸທິດສ່ວນໃຫ້ແກ່ການລິເລີ່ມ ແລະ ຜັນຂະຫຍາຍໂຄງການ. ໃນລາຍການຍັງມີເຫດການ: ວາງສະແດງວິຈິດສິນແຫ່ງສີຂຽວເຊິ່ງແມ່ນຜົນງານຂອງນັກຮຽນຢູ່ບັນດາໂຮງຮຽນມັດທະຍົມຕອນປາຍຢູ່ຮ່າໂນ້ຍ ກ່ຽວກັບຫົວຂໍ້ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ” ເຊິ່ງດຶງດູດໄດ້ຄວາມສົນໃຈເປັນຈຳນວນຫຼາຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.


top