ຂ່າວສານ

ຫວຽດ​ນາມ - ລາວ: ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ

ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ. 

ທ່ານລັດຖະມົນຕີກະຊວງແຮງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ - ລາວ ຄັ້ງທີ 7 ໄດ້ດຳເນີນໃນຕອນເຊົ້າວັນທີ 2 ພະຈິກ ຕາມຮູບແບບທາງໄກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໄດ້ຕີລາຄາສູງ ຕໍ່ບັນດາຜົນງານ ທີ່ດີພໍສົມຄວນໃນການຮ່ວມມືລະຫວ່າງສອງຝ່າຍ, ພິເສດແມ່ນໃນບັນດາການຮ່ວມມືກ່ຽວກັບແຮງງານ, ສັງຄົມ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານກ່າວວ່າ:

ຂ້າພະເຈົ້າສະແດງຄວາມຂອບອົບຂອບໃຈເປັນພິເສດຕໍ່ຄວາມມານະພະຍາຍາມ, ການຮ່ວມມືແໜ້ນແຟ້ນຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ລາວ ໃນການຄົ້ນຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ. ໃນວິວັດແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາກ່ຽວກັບແຮງງານ, ສັງຄົມ, ຮັບມືກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ, ພວກເຮົາພ້ອມແລ້ວທີ່ຈະແບ່ງປັນ ບົດຮຽນປະສົບການ ໃນຂົງເຂດເພີ່ມທະວີແຮງງານ ແລະ ສະຫວັດດີການສັງຄົມ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມນີ້ ຈະສ້າງຂີດໝາຍກ່ຽວກັບບັນດາຄວາມມານະພະຍາຍາມ ກ່ຽວກັບການຮ່ວມມື ໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ, ເພື່ອແນໃສ່ປະກອບສ່ວນເຂົ້າໃນການປະຕິບັດບັນດາຄຳໝັ້ນສັນຍາຂອງກການນຳຂັ້ນສູງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)


top