ຂ່າວສານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດກວດ​ສອບພາກ​ລັດ

ວັນທີ 21 ເມສາ ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ສົມທົບກັບ ອົງການກວດສອບແຫ່ງລັດ ລາວ ຈັດກອງປະຊຸມກ່ຽວກັບ “ລະບົບກວດສອບພາກລັດ” ແບບທາງໄກ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ລະຫວ່າງສອງອົງການເພື່ອແບ່ງປັນປະສົບການກ່ຽວກັບ “ລະບົບກວດສອບພາກລັດ”.

ກອງປະຊຸມກ່ຽວກັບ “ລະບົບກວດສອບພາກລັດ” ແບບທາງໄກ (ພາບ:TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນຊີແທັງ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ຫວັງວ່າ ຜ່ານການເຄື່ອນໄຫວແລກປ່ຽນ, ແບ່ງປັນປະສົບການ, ອົງການກວດສອບແຫ່ງລັດສອງປະເທດ ຈະມີຄວາມເຂົ້າໃຈແຈ້ງ ກ່ວາກ່ຽວກັບໂຄງປະກອບການຈັດຕັ້ງ, ການຈັດຕັ້ງປະຕິບັດ, ລະບົບກວດສອບແຫ່ງລັດຂອງແຕ່ລະປະເທດ, ຜ່ານນັ້ນ, ສາມາດທາບທາມປະສົບການຂອງກັນ ເພື່ອແນໃສ່ຈັດວຽກງານກວດສອບໄດ້ດີກ່ວາ. ອົງການກວດສອບແຫ່ງລັດ ຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນ ແລະ ຈັດການເຄື່ອນໄຫວດ້ານວິຊາສະເພາະ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດລະຫວ່າງສອງອົງການ, ພ້ອມທັງຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຜັນຂະຫຍາຍການເຄື່ອນໄຫວຕາມຂໍ້ຕົກລົງ ກ່ຽວກັບແຜນການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານລາວ.

(ແຫຼ່ງຄັດຈາກ VOV)

top