ຂ່າວສານ

ຫວຽດ​ນາມ ຢ​າກ​ຊຸກ​ຍູ້​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ

ພິທີໄຂກອງປະຊຸມຄັ້ງທີ 18 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາປີ 2005 ຂອງ UNESCO ກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງການສະແດງວັດທະນະທຳ (ເຊິ່ງເອີ້ນຫຍໍ້ວ່າ ສົນທິສັນຍາ 2005) ໄດ້ດຳເນີນໃນວັນທີ 11 ກຸມພາ ຢູ່ ປາຣີ, ປະເທດ ຝລັ່ງ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໃນກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນທິເວິນແອັງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໄດ້ຢັ້ງຢືນຄືນການສະໜັບສະໜູນ ແລະ ຄໍາໝັ້ນສັນຍາຂອງ ຫວຽດນາມ ຕໍ່ສົນທິສັນຍາ 2005. ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ ໃນສະພາບການ ຫວຽດນາມ ຕັດສິນໃຈກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ຫວຽດນາມ ຍາມໃດກໍຖືວັດທະນະທຳເປັນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ແມ່ນກຳລັງແຮງພາຍໃນ, ທັງເປັນເປົ້າໝາຍ, ທັງເປັນກຳລັງໜູນເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ, ພ້ອມທັງສວມບົດບາດທຽບເທົ່າກັບການເມືອງ, ເສດຖະກິດ ແລະ ສັງຄົມ.

ທ່ານນາງ ຫງວຽນທິເວິນແອັງ ແຈ້ງໃຫ້ຊາບກ່ຽວກັບບັນດາຂົງເຂດ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ ແລະ ການຮ່ວມມືຂອງປະຊາຄົມສາກົນໃນໄລຍະຈະມາເຖິງ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຢາກເພີ່ມທະວີການຮ່ວມມືຢ່າງແຮງ ເພື່ອແນໃສ່ພັດທະນາ ແລະ ຄຸ້ມຄອງບັນດາຜະລິດຕະພັນ, ການບໍລິການວັດທະນະທຳປະດິດຄິດສ້າງໃນສະພາບແວດລ້ອມດີຈີຕອນຢ່າງເໝາະສົມ, ມີປະສິດທິຜົນ, ຕອບສະໜອງໄດ້ເປົ້າໝາຍພັດທະນາແບບຍືນຍົງ.


top