ຂ່າວສານ

ຫວຽດ​ນາມ ຢືນ​ຢູ່​ຕໍ່​ໜ້າ​ໂອ​ກາດ​ກາຍ​ເປັນ​ສູນ​ອຸດ​ສາ​ຫະ​ກຳ ຢູ່​ອາ​ຊີ

ເວັບໄຊ stattimes.com ຂອງ ອິນເດຍ ຫາກໍ່ລົງບົດຂຽນ ຕີລາຄາວ່າ ຫວຽດນາມ ພວມນັມມື້ນັບມີຫຼາຍກາລະໂອກາດເພື່ອກາຍເປັນສູນເຕັກໂນໂລຢີພັດທະນາ ຢູ່ອາຊີ, ພິເສດແມ່ນກ່ຽວກັບເຕັກໂນໂລຢີ ແລະ ການຕັດຫຍິບ.
  ພາບປະກອບ: TTXVN  
ບົດຂຽນໃຫ້ຮູ້ວ່າ ປີ 2022, ໃນຂະນະທີ່ພາກພື້ນ ອາຊີ ຍັງຄົງຟື້ນຟູພາຍຫຼັງພະຍາດໂຄວິດ - 19, ພື້ນຖານເສດຖະກິດ ຫວຽດນາມ ໄດ້ພັດທະນາຢ່າງແຮງ, ບັນລຸລະດັບເຕີບໂຕ 8,02% ຕໍ່ປີ, ສູ່ງກ່ວາພື້ນຖານເສດຖະກິດປະເທດອື່ນຢູ່ອາຊີ. ວົງເງິນສົ່ງອອກບັນລຸ 372 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2021. ວິເຄາະກ່ຽວກັບກຳລັງໜູນໃຫ້ແກ່ການເຕີບໂຕດ້ານອຸດສາຫະກຳຢູ່ ຫວຽດນາມ, ບົດຂຽນຖືວ່າ ຫວຽດນາມ ມີກຳລັງແຮງງານແກ້ງແຍ້ງ ແລະ ຄ່າໃຊ້ຈ່າຍໃນການຜະລິດຕ່ຳ, ມີພື້ນຖານໂຄງລ່າງໝັ້ນແກ່ນ. ດ້ວຍທີ່ຕັ້ງຍຸດທະສາດ ຕັ້ງຢູ່ລຽບຕາມຝັ່ງທະເລມີລວງຍາວ 3.200 ກີໂລແມັດ, ຫວຽດນາມ ກາຍເປັນສະຖານທີ່ຂົນສົ່ງສິນຄ້າຢ່າງມີປະສິດທິຜົນ.

top