ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳໃນພາກພື້ນ ໄດ້ປຶກສາຫາລື ກ່ຽວກັບວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນທາງການທູດ, ບົດບາດເປັນໃຈກາງຂອງ ອາຊຽນ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກຍາມໃດກໍ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບສຽງເວົ້າຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ
  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  

ກອງປະຊາຄົມສຸດຍອດອາຊຽນຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນໃນສະພາບການໂລກ  ແລະ ພາກພື້ນ ມີການຜັນແປ ແລະ ຂາດສະຖຽນລະພາບຫຼາຍຢ່າງ. ພະຍາດໂຄວິດ - 19 ແກ່ຍາວ, ສະພາບການທະເລຕາເວັນອອກ, ມຽນມາ, ການປະທະກັນ ລັດເຊຍ - ຢູແກຼນ, ແຫຼມເກົາຫຼີ ມີການຜັນແປຢ່າງສັບສົນ, ກໍ່ຜົນຮ້າຍຢ້ອຍຫຼັງຫຼາຍຢ່າງຕໍ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາ.

ນີ້ແມ່ນກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າທຳອິດຂອງບັນດາປະມຸກລັດ, ຜູ້ນຳໜ້າລັດຖະບານຂອງບັນດາປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີຫຼາຍປະເທດມະຫາອຳນາດ ທັງຢູ່ພາຍໃນ ແລະ ນອກພາກພື້ນ ພາຍຫຼັງພະຍາດໂຄວິດ - 19 ແກ່ຍາວເປັນເວລາ 3 ປີ.

ອາຊຽນກຳນົດ ບັນດາກຳລັງໜູນໃໝ່, ທິດກ້າວເດີນໃໝ່, ວິທີການແກ້ໄຂໃໝ່

ເວລາຜ່ານມາ, ບັນດາປະເທດ ອາຊຽນ ລ້ວນແຕ່ຜ່ານຜ່າໄລຍະຄວາມຫຍຸ້ງຍາກໂດຍພື້ນຖານ, ສະແດງໃຫ້ເຫັນກຳລັງຊີວິດ ແລະ ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງ ອາຊຽນ. ບັນດາການຜັນແປຢ່າງສັບສົນຫວ່າງມໍ່ໆມານີ້ ທັງຢູ່ສະພາບການຄວາມໝັ້ນຄົງ ແລະ ເສດຖະກິດໃນພາກພື້ນ ແລະ ໂລກ ທັງແມ່ນສິ່ງທ້າທາຍ, ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ຢັ້ງຢືນບົດບາດເປັນໃຈກາງ ກໍ່ຄືຄວາມສາມາດໃນການປະກອບສ່ວນສຳຄັນ ໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາລວມ.

ຜ່ານກອງປະຊຸມສຸດຍອດ ອາຊຽນຄັ້ງທີ 40, 41 ແລະ ບັນດາກອງະຊຸມຂັ້ນສູງທີ່ກ່ຽວຂ້ອງ, ອາຊຽນ ບໍ່ພຽງແຕ່ສືບຕໍ່ຊຸກຍູ້ການປັບປຸງປະຊາຄົມຢ່າງໝັ້ນແກ່ນ, ມີຄວາມສາມັກຄີ, ສະໜິດຕິດພັນພາຍໃນກຸ່ມເທົ່ານັ້ນ ຫາກຍັງປຶກສາຫາລື ແລະ ກຳນົດບັນດາກຳລັງໜູນໃໝ່, ທິດກ້າວເດີນໃໝ່, ວິທີການແກ້ໄຂໃໝ່ເພື່ອໃຫ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ຮັກສາຄວາມ ດູດດື່ມ, ລັກສະນະຂະຫຍັນຂັນເຄື່ອນ ແລະ ນຳໜ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມ ແລະ ຕິດພັນກັບວິວັດການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນທີ່ພວມມີການຜັນແປຢ່າງແຮງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູໃຫ້ຮູ້ວ່າ:

ດ້ວຍຫົວຂໍ້ “ອາຊຽນພ້ອມກັນກະທຳເພື່ອຮັບມືກັບບັນດາສິ່ງທ້າທາຍ”, ມີຫຼາຍບັນຫາຈຸດສຸມຈະໄດ້ຮັບການປຶກສາຫາລືຄືການຮ່ວມມືຟື້ນຟູເສດຖະກິດໃນພາກພື້ນ, ສົມທົບກັນຊອກຫາບັນດາມາດຕະການໃຫ້ແກ່ບັນດາຈຸດຮ້ອນເຮັງໃນພາກພື້ນ ຕະຫຼອດຮອດບັນຫາຍົກສູງການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃໝ່ຄື: ຈີນ, ອາເມລິກາ, ອິນເດຍ. ດ້ວຍບັນດາກອງປະຊຸມຂັ້ນສູງຂອງ ອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື ພ້ອມກັບ ການເຄື່ອນໄຫວສອງຝ່າຍຮ້ອຍຢ່າງຢູ່ນອກກອງປະຊຸມ, ບັນດາກອງປະຊຸມຂັ້ນສູງ ອາຊຽນ ຈະແມ່ນການປະກອບສ່ວນສຳຄັນຂອງ ອາຊຽນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໂລກ.

ໃນໂອກາດນີ້, ອາຊຽນ ຈະປະກາດສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP) ກັບອາເມລິກາ ແລະ ອິນເດຍ. ການນຳບັນດາປະເທດກໍ່ຄາດວ່າ ຈະຮັບຮອງ ແລະ ຮັບຮູ້ເອກະສານກ່ວາ 100 ສະບັບກ່ຽວກັບຫຼາຍຂົງເຂດຮ່ວມມືສຳຄັນໃນອາຊຽນ ແລະ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື.

ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ

ຫວນຄືນໄລຍະທາງ 27 ປີແຫ່ງການເຂົ້າຮ່ວມ ອາຊຽນ ນັບແຕ່ເດືອນກໍລະກົດ ປີ 1995, ຜ່ານຜັນບັນດາໄລຍະແຫ່ງການແປຂອງໂລກ ແລະ ພາກພື້ນ, ຫວຽດນາມ ຍາມໃດກໍ່ສະແດງໃຫ້້ເຫັນຢ່າງຈະແຈ້ງນຳການຮ່ວມມື ເປັນເຈົ້າການ - ມີຄວາມຮັບຜິດຊອບ - ປະດິດຄິດສ້າງ - ກົມກຽວ ໃນວິວັດການເຂົ້າຮ່ວມ ອາຊຽນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ຢັ້ງຢືນວ່າ:

ຮັບມືຢ່າງທັນການກັບການຜັນແປໂດຍໄວ, ເລິກເຊິ່ງຂອງສະພາບການ, ຫວຽດນາມ ໄດ້ເຂົ້າຮ່ວມການຮ່ວມມືອາຊຽນ ດ້ວຍຈິນຕະນາການ ແລະ ວິທີການສຳຜັດທີ່ມີການປ່ຽນແປງໃໝ່, ຫົວຄິດປະດິດສ້າງຢ່າງແທດຈິງ, ສະແດງອອກຜ່ານຫຼາຍຂໍ້ລິເລີ່ມຮ່ວມມືໃໝ່ໂດຍ ຫວຽດນາມ ສະເໜີ, ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກ ສາກົນ. ດ້ວຍວິທີການສຳຜັດຢ່າງສົມດຸ່ນ ແລະ ກົມກຽວ, ຫວຽດນາມ ຍາມໃດກໍ່ ສວມບົດບາດເປັນ ຂົວເຊື່ອມຕໍ່ ຊ່ວຍຮັດແຄບຄວາມແຕກຕ່າງກັນ ແລະ ເພີ່ມຈຸດທີ່ຄ້າຍຄືກັນ ລະຫວ່າງບັນດາປະເທດ ອາຊຽນ ກໍ່ຄືອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ພວກເຮົາຍາມໃດກໍ່ຍົກສູງທັດສະນະສົມດຸ່ນ,  ພາວະວິໄສ, ຊຸກຍູ້ການ ສົນທະນາ ແລະ ການຮ່ວມມື, ແກ້ໄຂບັນດາຄວາມແຕກຕ່າງກັນ, ຄວາມບໍ່ລົງລອຍກັນ ແລະ ການຂັດແຍ້ງຢ່າງຖືກຕ້ອງຕາມກົດໝາຍສາກົນ.

ບົນພື້ນຖານນັ້ນ, ຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບັນດາບົດກ່າວປາໄສສຳຄັນ, ແບ່ງປັນທັດສະທະ, ຫຼັກໝັ້ນ ກໍ່ຄືບັນດາຂໍ້ສະເໜີຂອງ ຫວຽດນາມ ເພື່ອແນໃສ່ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຍູ້ແຮງການຮ່ວມສຳພັນໃນພາກພື້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື.

ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງສືບຕໍ່ຢັ້ງຢືນນະໂຍບາຍຂອງ ຫວຽດນາມ ໃນອາຊຽນ, ບໍ່ພຽງແຕ່ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບໃນການປະຕິບັດບັນດາຄຳໝັ້ນສັນຍາຂອງກຸ່ມຢ່າງເຂັ້ມງວດເທົ່ານັ້ນ ຫາກຍັງຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຊຸກຍູ້ບັນດາຄວາມມານະພະຍາຍາມ, ວິທີການແກ້ໄຂເພື່ອຢັ້ງຢືນຄວາມຮັບຜິດຊອບ ແລະ ການປະກອບສ່ວນຂອງ ອາຊຽນ ທີ່ມີຕໍ່ບັນດາບັນຫາລວມຂອງໂລກ ແລະ ພາກພື້ນ ອີກດ້ວຍ.


top