ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ ອາ​ຊຽນ ​ສະ​ໜັບ​ສະ​ໜູນ ຕ້ານ​ການ​ແຜ່​ຂະ​ຫຍາຍ​ ແລະ ຫຼຸດ​ຜ່ອນ​ກຳ​ລັງ​ທັບ ບັນ​ດາ​ອາ​ວຸດ​ລ້າງ​ຜານ

ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ໄດ້ຍົກໃຫ້ເຫັນຄວາມວິຕົກກັງວົນຂອງ ອາຊຽນ ກ່ຽວກັບການຄົງຕົວຂອງອາວຸດນິວເຄຼຍ ກໍ່ຄື ຜົນຮ້າຍຢ້ອນຫຼັງຈາກການນຳໃຊ້ ອາວຸດປະເພດນີ້.


ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN) 


ວັນທີ 9 ຕຸລາ, ຄະນະກຳມະການຫຼຸດຜ່ອນກຳລັງທັບ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ ສປຊ ໄດ້ໄຂ ແລະ ດຳເນີນວາລະປຶກສາຫາລືຮ່ວມປະຈຳປີ ດ້ວຍການເຂົ້າຮ່ວມຂອງ ທ່ານ Volkan Bozkir ປະທານສະມັດຊາໃຫຍ່ ສປຊ, ທ່ານ Izumi Nakamitsu ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງຂອງເລຂາທິການໃຫຍ່ ສປຊ ກ່ຽວກັບການຫຼຸດຜ່ອນກຳລັງທັບ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ.

        ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສຕາງໜ້າໃຫ້ ອາຊຽນ ຢູ່ກອງປະຊຸມ. ທ່ານ ດັງດິ່ງກຸ໊ຍ ໄດ້ຍົກໃຫ້ເຫັນຄວາມວິຕົກກັງວົນຂອງ ອາຊຽນ ກ່ຽວກັບການຄົງຕົວຂອງອາວຸດນິວເຄຼຍ ກໍ່ຄື ຜົນຮ້າຍຢ້ອນຫຼັງຈາກການນຳໃຊ້ ອາວຸດປະເພດນີ້. ອາຊຽນ ຮຽກຮ້ອງໃຫ້ບັນດາປະເທດ ສືບຕໍ່ລົງນາມ ໃຫ້ສັດຕະຍາບັນ ເພື່ອໃຫ້ສົນທິສັນຍາວ່າດ້ວຍການຫ້າມບໍ່ໃຫ້ທົດລອງນິວເຄຼຍ (CTBT)  ແລະ ສົນທິສັນຍາ ວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ (TPNW) ໃຫ້ມີຜົນສັກສິດໂດຍໄວ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ສົນທະນາ, ເຈລະຈາເພື່ອແກ້ໄຂບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ. 

(ແຫຼ່ງຄັດຈາກ VOV)


top