ເມື່ອການຄ້າທົ່ວໂລກພວມຫັນການຄ້າດີຈີຕອນຢ່າງແຮງ, ແລະການຄ້າເອເລັກໂຕນິກຂ້າມຊາຍແດນກາຍເປັນກຳລັງໜູນສຳຄັນປະກອບສ່ວນກຳນົດອະນາຄົດເສດຖະກິດ ຫວຽດນາມນັ້ນ. ຫວຽດນາມ ພວມຢັ້ງຢືນຄວາມຕັດສິນໃຈສ້າງຮູບແບບການສົ່ງອອກແບບຍືນຍົງເທື່ອລະກ້າວ ໂດຍອີງໃສ່ພື້ນຖານເຕັກໂນໂລຢີ, ມາດຕະຖານສາກົນ ແລະ ມູນຄ່າຍາວນານ.
ຄວາມຈິງແລ້ວ, ຫວຽດນາມ ໄດ້ເປັນເຈົ້າການສ້າງຄວາມສາມາດເຂົ້າຮ່ວມການຄ້າເອເລັກໂຕນິກທົ່ວໂລກເທື່ອລະກ້າວແລ້ວ. ມີວິສາຫະກິດ ຫວຽດນາມ ນັບພັນແຫ່ງ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄອບຄົວທຳການຜະລິດ, ສະຫະກອນ ແລະ ໝູ່ບ້ານອາຊີບ ຄ່ອຍໆປະກົດຕົວຢູ່ໃນການຄ້າເອເລັກໂຕນິກສາກົນ, ເຊັ່ນ: Amazon, Alibaba, Shopee, Global, TikTok Shop…
ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ: VOV1)
ບໍ່ພຽງແຕ່ເປີດໂອກາດເຂົ້າເຖິງຜູ້ບໍລິໂພກທົ່ວໂລກໂດຍກົງເທົ່ານັ້ນ, ບັນດາຊ່ອງທາງສົ່ງອອກນີ້ ຍັງຊ່ວຍໃຫ້ວິສາຫະກິດ ຫວຽດນາມ ຫຼຸດຜ່ອນການຂຶ້ນກັບຄົນກາງ , ເພີ່ມກຳໄລ ແລະ ສິ່ງສຳຄັນກວ່າແມ່ນສ້າງເຄື່ອງໝາຍການຄ້າ ຫວຽດນາມ ໃນການຄ້າດີຈີຕອນ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:
“ພວກເຮົາພວມເຫັນການປ່ຽນແປງຂອງຮູບແບບການຄ້າເອເລັກໂຕນິກຂ້າມຊາຍແດນ. ພວກເຮົາໄດ້ເຂົ້າເຖິງຜູ້ຊື້ໂດຍກົງ, ໂດຍບໍ່ຕ້ອງຜ່ານຄົນກາງ. ດ້ານອື່ນ, ພວກເຮົາສາມາດກຳໄດ້ຄຳເຫັນຂອງລູກຄ້າເພື່ອສາມາດເກັບກຳຂໍ້ມູນ, ຊ່ວຍປັບປຸງຜະລິດຕະພັນໃຫ້ມີຄຸນນະພາບດີກວ່າເກົ່າ”.
ປີ 2025, ລວມຍອດວົງເງິນສົ່ງອອກນຳເຂົ້າຂອງ ຫວຽດນາມ ບັນລຸກວ່າ 930 ຕື້ USD, ໃນນັ້ນ ການຄ້າເອເລັກໂຕນິກ ກວມຈຳນວນຫຼາຍ,ເກືອບ 165 ຕື້ USD, ຊ່ວຍ ຫວຽດນາມ ຮັກສາທີ່ຕັ້ງໃນ Top 10 ປະເທດທີ່ມີລະດັບເຕີບໂຕດ້ານການຄ້າເອເລັກໂຕນິກໄວທີ່ສຸດໃນໂລກ ແລະ ຢືນອັນດັບທີ 3 ກ່ຽວກັບຂອບຂະໜາດຕະຫຼາດຢູ່ ອາຊຽນ (ຖັດຈາກ ອິນໂດເນເຊຍ ແລະ ໄທ).
ການພັດທະນາຢ່າງແຮງຂອງການຄ້າເອເລັກໂຕນິກ ໄດ້ສ້າງພື້ນຖານສຳຄັນເພື່ອໃຫ້ວິສາຫະກິດ ຫວຽດນາມ “ອອກສູ່ໂລກ” ເທື່ອລະກ້າວ ຜ່ານການຫັນເປັນດີຈີຕອນ. ເຖິງຢ່າງໃດກໍຕາມ, ຍຸດທະສາດສົ່ງອອກນຳເຂົ້າບໍ່ພຽງແຕ່ອີງໃສ່ຂອບຂະໜາດເທົ່ານັ້ນ, ຫາກຍັງຕ້ອງມຸ່ງໄປເຖິງລັກສະນະຍືນຍົງ, ຄວາມດຸ່ນດ່ຽງຂອງຕະຫຼາດ ແລະ ຄວາມສາມາດຕ້ານທານຕໍ່ການກະທົບຢ່າງແຮງຈາການພາຍນອກ.
ໃນສະພາບການນັ້ນ, ເພື່ອມຸ່ງໄປເຖິງເປົ້າໝາຍກາຍເປັນສູນສົ່ງອອກການຄ້າເອເລັກໂຕນິກຂອງພາກພື້ນ, ຫວຽດນາມ ຮີບເຮັ່ງປັບປຸງຂອບນິຕິກຳໃຫ້ສຳເລັດສົມບູນ, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາຕໍ່ໄປ. ນັ້ນແມ່ນແຜນການສັງລວມວ່າດ້ວຍການພັດທະນາການຄ້າເອເລັກໂຕນິກ ໄລຍະ 2026 – 2030, ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 03 ມິຖຸນາ 2025 ແລະ ກົດໝາຍວ່າດ້ວຍການຄ້າເອເລັກໂຕນິກ, ກົດໝາຍສະບັບທຳອິດທີ່ປັບປຸງຂົງເຂດການຄ້າເອເລັກໂຕນິກຢ່າງຮອບດ້ານ, ໂດຍສະພາແຫ່ງຊາດຮັບຮອງເອົາຢ່າງເປັນທາງການໃນວັນທີ 10 ທັນວາ 2025 ທ່ານນາງ ຫງວຽນຖຸຍແອັງ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ - ການຄ້າ, ຢັ້ງຢືນວ່າ:
“ລະດັບເຕີບໂຕຂອງການຄ້າເອເລັກໂຕນິກຂ້າມຊາຍແດນແມ່ນວ່ອງໄວທີ່ສຸດ, ຮຽກຮ້ອງຕ້ອງມີການຄຸ້ມຄອງ ກໍຄືຊຸກຍູ້ການພັດທະນາຢ່າງເໝາະສົມ. ພວກເຮົາໄດ້ມີເອກະສານສຳຄັນສອງສະບັບ ນັ້ນແມ່ນກົດໝາຍວ່າດ້ວຍການຄ້າເອເລັກໂຕນິກ ແລະ ແຜນການສັງລວມໄລຍະ 2026 – 2030. ນີ້ແມ່ນເອກະສານສອງສະບັບເພື່ອແນໃສ່ຄຸ້ມຄອງ ກໍຄືຊຸກຍູ້ຕະຫຼາດການຄ້າເອເລັກໂຕນິກ ເວົ້າລວມ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນ ເວົ້າສະເພາະ”.
ທ່ານ ເຈິ່ນວັນຈ້ອງ, ເລຂາທິການສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (ພາບ: VGP)
ໄປຄຽງຄູ່ກັນນັ້ນ, ມາດຕະຖານສີຂຽວ, ຫຼຸດຜ່ອນບັນດາຜົນກະທົບບໍ່ດີເຖິງສະພາບແວດລ້ອມ ແລະ ສັງຄົມ ກໍແມ່ນມາດຕະຖານບັງຄັບສຳລັບວິສາຫະກິດ ຫວຽດນາມ ເມື່ອສົ່ງອອກຜ່ານການຄ້າເອເລັກໂຕນິກ. ທ່ານ ເຈິ່ນວັນຈ້ອງ, ເລຂາທິການສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ, ຢັ້ງຢືນວ່າ:
“ການຄ້າເອເລັກໂຕນິກ ຫວຽດນາມ ພວມມີການເຕີບໂຕຢ່າງວ່ອງໄວ, ເຖິງຢ່າງໃດກໍຕາມ, ການຄ້າເອເລັກໂຕນິກ ກໍ່ມີການກະທົບເຖິງສະພາບແວດລ້ອມ. ເພາະສະນັ້ນ, ເພື່ອໃຫ້ການຄ້າເອເລັກໂຕນິກ ຫວຽດນາມ ພັດທະນາຕາມທິດຍືນຍົງນັ້ນ ພວກເຮົາຕ້ອງເອົາໃຈໃສ່ເຖິງມາດຕະຖານພັດທະນາສີຂຽວ. ໃນນັ້ນ, ມີບັນດາກົນໄກ, ນະໂຍບາຍເພື່ອຊ່ວຍວິສາຫະກິດສາມາດໝູນໃຊ້ມາດຕະການຕ່າງໆໄດ້”.
ການຄ້າເອເລັກໂຕນິກຂ້າມຊາຍແດນພວມເປີດ “ເສັ້ນທາງເຊື່ອມໂຍງໃໝ່” ໃຫ້ແກ່ການສົ່ງອອກຂອງ ຫວຽດນາມ: ໄວກວ່າ, ອັດສະລິຍະກວ່າ ແລະ ສາມາດສ້າງມູນຄ່າແບບຍືນຍົງກວ່າ. ພື້ນຖານນິຕິກຳທີ່ສົມບູນ, ການໜູນຊ່ວຍທີ່ຕັ້ງໜ້າຂອງລັດ, ການປ່ຽນແປງຈິນຕະນາການ ແລະ ແບບວິທີດຳເນີນທຸລະກິດຂອງວິສາຫະກິດຜ່ານການຫັນຂັ້ນຕອນການຜະລິດເປັນມາດຖານ, ຍົກສູງຄຸນນະພາບ, ຕອບສະໜອງບັນດາມາດຕະຖານເຄັ່ງຄັດກ່ຽວກັບຄວາມປອດໄພ, ສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມ… ທັງໝົດແມ່ນມຸ່ງໄປເຖິງເປົ້າໝາຍນຳສິນຄ້າ ຫວຽດນາມ ບືນຕົວອອກສູ່ໂລກ ດ້ວຍຄຸນນະພາບ, ອິດທິພົນຊື່ສຽງ ແລະ ຄຸນຄ່າແບບຍືນຍົງ./.