ຂ່າວສານ

ຫວຽດ​ນາມ ມຸ່ງ​ໄປ​ສູ່​ພື້ນ​ຖານກະ​ສິ​ກຳ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 07 ມິຖຸນາ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ ຊຶ່ງແມ່ນສະມາຊິກລັດຖະບານຄົນທຳອິດ ຕອບຄຳຊັກຖາມ.
  ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ (ພາບ: quochoi.vn)  

 ໝວດບັນຫາທີ່ໄດ້ຊັກຖາມທ່ານລັດຖະມົນຕີ ເລມິງຮວານ ແມ່ນວຽກງານຈັດຕັ້ງການຜະລິດຕິດພັນກັບຕະຫຼາດຈຳໜ່າຍຜະລິດຕະພັນກະເສດ; ສົມທົບກັບການສ້າງກົນໄກ, ນະໂຍບາຍສົ່ງເສີມການຄ້າ, ການເຈລະຈາເປີດປະຕູ, ພັດທະນາຕະຫຼາດກະສິກຳ. ເພື່ອໃຫ້ພື້ນຖານກະສິກຳ ຫວຽດນາມ ພັດທະນາແບບຍືນຍົງ, ປັບຕົວເຂົ້າກັບສະພາບການໃນປັດຈຸບັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ ກ່າວວ່າ:

“ເພື່ອປ່ຽນແປງຈິນຕະນາການນັ້ນ ແມ່ນທັງຂະບວນວິວັດແຫ່ງການຍົກສູງລະດັບຄວາມຮັບຮູ້. ດັ່ງນັ້ນ, ໃນຍຸດທະສາດພັດທະນາກະສິກຳ, ຊົນນະບົດ, ບັນດາແຜນຮ່າງນັບແຕ່ຂົງເຂດປ່າໄມ້, ປູກຝັງ, ລ້ຽງສັດ, ສິນໃນນ້ຳ, ພວກຂ້າພະເຈົ້າລ້ວນແຕ່ອີງຕາມເປົ້າໝາຍຫັນຈາກຈິນຕະນາການປະລິມານການຜະລິດ ໄປສູ່ ຈິນຕະນາການມູນຄ່າ ແລະ ຫັນຈາກຈິນຕະນາການມູນຄ່າຢ່າງດຽວ ໄປສູ່ມູນຄ່າຫຼາຍຢ່າງ ຄ່າ ແລະ ຖືເອົາຕະຫຼາດເປັນປັດໄຈຕັດສິນການດັດປັບ, ຫັນຈາກຈິນຕະນາການສ້າງຜະລິດຕະພັນໃໝ່ ເປັນສິ່ງທີ່ເຮົາສາມາດເຮັດໄດ້ ໄປສູ່ ຈິນຕະນາການຕ້ອງກາຍເປັນສິນຄ້າທີ່ມີເຄື່ອງໝາຍ.”

ກໍໃນວາລະຊັກຖາມ ກໍໄດ້ເຕື້ອງເຖິງການຫັນຈາກພື້ນຖານກະສິກຳແບບເດີມ ໄປສູ່ ພື້ນຖານກະສິກຳຂຽວ. ຫວຽດນາມກໍ ພວມມຸ່ງໄປເຖິງການພັດທະນາສິນໃນນ້ຳແບບຍືນຍົງ.


top