ຂ່າວສານ

ຫວຽດ​ນາມ ມີ​ພື້ນ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ຮ​ວ່າງ​ຊາ

“ຫວຽດນາມ ມີພະຍານຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ, ພ້ອມທັງມີສິດອະທິປະໄຕ, ອຳນາດສານ ແຫ່ງຊາດສຳລັບບັນດາເຂດທະເລທີ່ໄດ້ກຳນົດຕາມເນື້ອໃນສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982)..."
  ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທິທູຮັ່ງ  

ຕອນບ່າຍວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອໃຫ້ສຳພາດຕໍ່ນັກຂ່າວໃນການຖະແຫຼງຂ່າວນັດສາມັນ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຖະແຫຼງການຂອງສານສູງສຸດ ຟີລິບປິນ ໃນວັນທີ 10 ມັງກອນ ເຊິ່ງກ່ຽວຂ້ອງເຖິງຂໍ້ຕົກລົງສຳຫຼວດພະລັງງານປີ 2005 ຂອງປະເທດນີ້ ກັບບັນດາບໍລິສັດ ຂອງ ຈີນ ແລະ ຫວຽດນາມ ແມ່ນການລະເມີດລັດຖະທຳມະນູນ ເພາະວ່າ ຕາມລັດຖະທຳມະນູນຂອງ ຟີລິບປິນ ແລ້ວ ຈະບໍ່ອະນຸຍາດໃຫ້ອົງການຕ່າງປະເທດເຂົ້າມາຂຸດຄົ້ນຊັບພະຍາກອນທຳມະຊາດ; ຂໍ້ຕົກລົງສະບັບດັ່ງກ່າວ ໝົດຜົນສັກສິດແຕ່ປີ 2008, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທິທູຮັ່ງ ຢືນຢັນວ່າ:

“ຫວຽດນາມ ມີພະຍານຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ, ພ້ອມທັງມີສິດອະທິປະໄຕ, ອຳນາດສານແຫ່ງຊາດສຳລັບບັນດາເຂດທະເລທີ່ໄດ້ກຳນົດຕາມເນື້ອໃນສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ໂດຍເປັນປະເທດແຄມທະເລ ແລະ ເປັນສະມາຊິກຂອງ UNCLOS 1982, ຫວຽດນາມ ຖືວ່າ ທຸກການກະທຳຮ່ວມມືສາກົນ, ໃນນັ້ນ ມີການຮ່ວມມືໃນທະເລ, ຕ້ອງມີຄວາມສອດຄ່ອງກັບກົດໝາຍສາກົນ, ເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ອຳນາດສານ ກໍຄື ຜົນປະໂຫຍດຂອງບັນດາປະເທດ ບົນພື້ນຖານຂອງ ສົນທິສັນຍາ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລປີ 1982”.


top