ຂ່າວສານ

ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ແລະ ຖື​ເປັນ​ສຳ​ຄັນ​ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ

ຕອນເຊົ້າວັນທີ 22 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ເຮັດວຽກກັບສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ.

ຕອນເຊົ້າວັນທີ 22 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະ, ເຮັດວຽກກັບສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມເອົາໃຈໃສ່ທີ່ສຸດ ແລະ ຖືເປັນສຳຄັນຖັນແຖວປັນຍາຊົນ, ນັກວິທະຍາສາດໃນທຸກຂົງເຂດ. ທ່ານປະທານປະເທດສະເໜີໃຫ້ສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ ສືບຕໍ່ເຕົ້າໂຮມນັກທຸລະກິດທີ່ມີອິດທິພົນຊື່ສຽງໃຫ້ຫຼາຍກ່ວາອີກ ເພື່ອປະກອບສ່ວນເຂົ້າໃນການວາງນະໂຍບາຍເສດຖະກິດສຳຄັນຂອງປະເທດຊາດ, ເປັນຕົ້ນແມ່ນສະພາບການໃນປັດຈຸບັນ ແລະ ໄລຍະຈະມາເຖິງ. ໃນນັ້ນມີບັນຫາຟື້ນຟູພື້ນຖານເສດຖະກິດຢ່າງວ່ອງໄວ ແລະ ມີປະສິດທິຜົນພາຍຫຼັງໂລກລະບາດໂຄວິດ - 19ໄດ້ຮັບການຄວບຄຸມ. ພ້ອມທັງ, ຮັບຮູ້ໄດ້ຄວາມສ່ຽງ, ສິ່ງທ້າທາຍ ແລະ ມາດຕະການໃຫ້ແກ່ພື້ນຖານເສດຖະກິດ, ເປັນຕົ້ນແມ່ນໃນສະພາບການໄພເງິນເຟີ, ລາຄາເພີ່ມຂຶ້ນ, ບັນດາປະເທດຮັດແຄບນະໂຍບາຍ, ຄວາມສ່ຽງດ້ານພູມີປະເທດການເມືອງ ທີ່ສັບສົນກ່ວາອີກ. ໄປຄຽງຄູ່ກັນນັ້ນ ແມ່ນ ວິທີການເພື່ອໃຫ້ ຫວຽດນາມ ຜ່ານຜ່າ ສະພາບຕົກບ້ວງລາຍຮັບປານກາງ, ກາຍເປັນປະເທດທີ່ມີລາຍຮັບສູງໂດຍໄວ, ມາດຕະການແກ້ໄຂແຫຼ່ງກຳລັງຂອງສັງຄົມຢ່າງແຮງໃຫ້ແກ່ຄວາມຕ້ອງການພັດທະນາ, ເພີ່ມທະວີລັກສະນະເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພື້ນຖານເສດຖະກິດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

(ແຫຼ່ງຄັດຈາກ VOV)


top