ຂ່າວສານ

ຫວຽດ​ນາມ ມີ​ຄວາມ​ປາດ​ຖ​ະ​ໜາຢາກ​ປະ​ກອບ​ສ່​ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ໂລກ ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

ສະພາສິດທິມະນຸດ ສປຊ ຫາກໍ່ສິ້ນສຸດກອງປະຊຸມປະຈຳປີຄັ້ງທີ 49 ຢູ່ນະຄອນ ເຊີແນວ, ປະເທດສະວິດ. ກອງປະຊຸມໄດ້ດຳເນີນມາເປັນເວລາ 5 ອາທິດ (ໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 1 ເມສາ) ຕາມຮູບແບບໂດຍກົງ ສົມທົບທາງໄກ ກັບ 58 ວາລະປະຊຸມ.

ກອງປະຊຸມສະພາສິດທິມະນຸດ ສປຊ (ພາບ: telesurenglish)

ວັນທີ 2 ມີນາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງເປີດສາກກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງໂລກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ຜ່ານການສະໝັກເລືອກຕັ້ງເປັນສະມາຊິກຂອງ ສະພາສິດທິມະນຸດ ອາຍຸການ 2023 – 2025. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງເພື່ອຊຸກຍູ້ບັນດາຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານໃນທຸກແງ່ມູນ.

ທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກ່າວຄຳເຫັນ, ໃຫ້ຄຳປຶກສາຢູ່ວາລະປຶກສາຫາລື ແລະ ໂອ້ລົມສົນທະນາ, ໃນນັ້ນ ກໍໄດ້ຍົກສູງນະໂຍບາຍ, ການເຂົ້າຮ່ວມການຮ່ວມມືສາກົນ ແລະ ຜົນງານຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ມຸ່ງໄປເຖິງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

top