ຂ່າວສານ

ຫວຽດ​ນາມ ມີ​ກຳ​ລັງ​ດຶງດ​ູດ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ຢ່າງ​ແຮງ

ຫວຽດນາມ ພວມກາຍເປັນຮາກຖານການຜະລິດທົ່ວໂລກ. ເພື່ອຜະລິດ ແລະ ສົ່ງອອກບັນດາຜະລິດຕະພັນເຄື່ອງເອເລັກໂຕນິກ ຫວຽດນາມ ຕ້ອງໄດ້ນຳເຂົ້າບັນດາເຄື່ອງອາໄຫຼ່ສຳຜັດມື, ທາດຊັກນຳ, ໜ້າຈໍ, ເຫຼັກກ້າ ແລະ ນີ້ແມ່ນບັນດາຜະລິດຕະພັນທີ່ ສ.ເກົາຫຼີ ກຳລັງມີທ່າແຮງ.
  ການຜະລິດເຄື່ອງອາໄຫຼ່ເອເລັກໂຕນິກ ຢູ່ບໍລິສັດ D YPE Vina - ສ.ເກົາຫຼີ ຢູ່ແຂວງ ຫວິງຝຸກ (ພາບ: TTXVN)  

ວັນທີ 24 ມັງກອນ, ສະຖານີໂທລະພາບ - ວິທະຍຸ ສ.ເກົາຫຼີ KBS ໄດ້ລົງບົດຂຽນພິເສດກ່ຽວກັບ ຫວຽດນາມ, ໃນນັ້ນ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດມີຄວາມສຳຄັນພິເສດກັບ ສ.ເກົາຫຼີ. ຫວຽດນາມ ແມ່ນບ່ອນມີປະຊາຄົມຊາວ ສ.ເກົາຫຼີ  ດຳລົງຊີວິດຫຼາຍກວ່າ 200.000 ຄົນ ແລະ ແມ່ນປະເທດທີ່ນຳເອົາມູນຄ່າສ່ວນເກີນທາງການຄ້າມາໃຫ້ ສ.ເກົາຫຼີ ຫຼາຍທີ່ສຸດໃນປີ 2022.

ບົດຂຽນຖືວ່າ ຫວຽດນາມ ພວມກາຍເປັນຮາກຖານການຜະລິດທົ່ວໂລກ. ເພື່ອຜະລິດ ແລະ ສົ່ງອອກບັນດາຜະລິດຕະພັນເຄື່ອງເອເລັກໂຕນິກ ຫວຽດນາມ ຕ້ອງໄດ້ນຳເຂົ້າບັນດາເຄື່ອງອາໄຫຼ່ສຳຜັດມື, ທາດຊັກນຳ, ໜ້າຈໍ, ເຫຼັກກ້າ ແລະ ນີ້ແມ່ນບັນດາຜະລິດຕະພັນທີ່ ສ.ເກົາຫຼີ ກຳລັງມີທ່າແຮງ. ສ.ເກົາຫຼີ ນຳໜ້ານັບທັງຈຳນວນ ແລະ ມູນຄ່າການລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ. ປັດຈຸບັນນີ້ ບໍລິສັດ ສ.ເກົາຫຼີ ກຳລັງເຄື່ອນໄຫວຢູ່ ຫວຽດນາມ ປະມານ 9.000 ແຫ່ງ.

 


top