ຂ່າວສານ

ຫວຽດ​ນາມ ມີ 5 ຮາກ​ຖານ​ການ​ສຶກ​ສາ​ລະ​ດັ​ບ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊີ ປີ 2022

ຂໍ້ມູນຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ: ວາລະສານ Times Higher Education ຫາກໍ່ປະກາດໝາກຜົນການຈັດອັນດັບຂອງມະຫາວິທະຍາໄລອາຊີ ປີ 2022 ( THE ອາຊີ).

ຂໍ້ມູນຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ: ວາລະສານ Times Higher Education ຫາກໍ່ປະກາດໝາກຜົນການຈັດອັນດັບຂອງມະຫາວິທະຍາໄລອາຊີ ປີ 2022 ( THE ອາຊີ). 

    

ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ (ພາບ: HUST)

ຫວຽດນາມ ມີ 5 ຮາກຖານການສຶກສາລະດັບມະຫາວິທະຍາໄລ ໄດ້ມີຊື່ໃນຕາຕະລາງດັ່ງກ່າວແມ່ນ: ມະຫາວິທະຍາໄລ ໂຕນດຶກທັ້ງ ອັນດັບທີ 73, ມະຫາວິທະຍາໄລ ຢຸຍເຕິນ ຢືນຢູ່ອັນດັບທີ 91, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ນອນໃນກຸ່ມ 301 – 350, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ນອນໃນກຸ່ມ 401 – 500 ແລະ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ນອນໃນກຸ່ມ 601 – 800. ໃນ ຈຳນວນ 5 ຮາກຖານດັ່ງກ່າວ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຮັບການຕີລາຄາສູງທີ່ສຸດຢູ່ກຸ່ມມີມາດຖານການສອນ.

(ແຫຼ່ງຄັດຈາກ VOV)


top