ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ປະ​ກັນ​ອ​ນະ​ຄົດ​ທີ່​ປອດ​ໄພ ແລະ ດີ​ງາມ​ໃຫ້​ແກ່​ເດັກ​ນ້ອຍ

ວັນທີ 26 ມິຖຸນາ, ຢູ່ ນິວຢອກ ອາເມລິກາ ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດ ທີ່ມີຫົວຂໍ້ ປົກປ້ອງເດັກນ້ອຍໃນການປະທະກັນດ້ານອາວຸດ ພາຍໃຕ້ການເປັນປະທານຂອງສ.ເກົາຫຼີ ເຊິ່ງເປັນປະເທດປະທານສະພາຄວາມໝັ້ນຄົງສປຊ ໃນເດືອນນີ້.
ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ການຮັບປະກັນການເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ກົດໝາຍມະນຸດສະທຳ ສາກົນ ແມ່ນມີຄວາມໝາຍຫຼັກແຫຼ່ງໃນວຽກງານປົກປ້ອງເດັກນ້ອຍ. ທຸກຝ່າຍທີ່ປະທະກັນຕ້ອງປະຕິບັດຕາມບັນດາພັນທະໃນກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສປຊ, ໃນນັ້ນມີມະຕິສະບັບ 2573 (ປີ 2021) ຂອງສະພາຄວາມໝັ້ນຄົງສປຊ ໂດຍຫວຽດນາມສະເໜີກ່ຽວກັບການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ. ເພື່ອຍົກສູງປະສິດທິຜົນຂອງການປົກປ້ອງເດັກນ້ອຍໃນການປະທະກັນ, ທ່ານຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຖືວ່າ ຄວນເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາປະເທດສະມາຊິກ ແລະ ອົງການທີ່ກ່ຽວຂ້ອງຂອງສປຊ. ຫວຽດນາມ ຢັ້ງຢືນຈະຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ, ສປຊ ແລະ ບັນດາຝ່າຍທີ່ກ່ຽວຂ້ອງໃນການສະກັດກັ້ນ, ແກ້ໄຂການປະທະກັນ, ປະກອບສ່ວນຮັບປະກັນອະນາຄົດທີ່ປອດໄພ ແລະ ດີງາມໃຫ້ແກ່ເດັກນ້ອຍໝົດທຸກຄົນໃນໂລກ.


top