ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ

ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ຫາກໍ່ສິ້ນສຸດກອງປະຊຸມສະໄຫມສາມັນຄັ້ງທີ 49 ທີ່ ສຳນັກງານ ສປຊ ຢູ່ ເຊີແນວ ປະເທດ ສະວິດ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນມາເປັນເວລາ 5 ສັບປະດາ ແຕ່ວັນທີ 28 ກຸມພາ ຫາວັນທີ 1 ເມສາປີ 2022. ນະທີ່ນີ້ ຫວຽດນາມ ໄດ້ຢັ້ງຢືນຄືນຄວາມປາດຖະຫນາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງໂລກຜ່ານການອອກສະໝັກເປັນສະມາຊິກຂອງ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ດ້ວຍສານທີ່ວ່າ: “ເຄົາລົບເຊິ່ງກັນ ແລະກັນ. ການໂອ້ລົມສົນທະນາ ແລະ ການຮ່ວມມື. ຮັບປະກັນໃຫ້ທຸກຄົນລ້ວນແຕ່ມີສິດທິມະນຸດ”; ເລື່ອງ ຫວຽດນາມ ເຂົ້າຮ່ວມຕັ້ງຫນ້າເຂົ້າໃນບັນດາກົນໄກສາກົນຂອງ ສປຊ ແມ່ນຂີດໝາຍສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມໂອ້ລົມສົນທະນາ ແລະ ການຮ່ວມມື ເພື່ອຊຸກຍູ້ສິດທິມະນຸດຢູ່ພາຍໃນປະເທດ ແລະ ສາກົນຢ່າງແທດຈິງ”

ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ຫາກໍ່ສິ້ນສຸດກອງປະຊຸມສະໄຫມສາມັນຄັ້ງທີ 49 ທີ່ ສຳນັກງານ ສປຊ ຢູ່ ເຊີແນວ ປະເທດ ສະວິດ. ກອງປະຊຸມຄັ້ງນີ້ ໄດ້ດຳເນີນມາເປັນເວລາ 5 ສັບປະດາ ແຕ່ວັນທີ 28 ກຸມພາ ຫາວັນທີ 1 ເມສາປີ 2022. ນະທີ່ນີ້ ຫວຽດນາມ ໄດ້ຢັ້ງຢືນຄືນຄວາມປາດຖະຫນາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງໂລກຜ່ານການອອກສະໝັກເປັນສະມາຊິກຂອງ ສະພາສິດທິມະນຸດ ສປຊ ອາຍຸການ 2023  2025 ດ້ວຍສານທີ່ວ່າ: “ເຄົາລົບເຊິ່ງກັນ ແລະກັນ. ການໂອ້ລົມສົນທະນາ ແລະ ການຮ່ວມມື. ຮັບປະກັນໃຫ້ທຸກຄົນລ້ວນແຕ່ມີສິດທິມະນຸດ”; ເລື່ອງ ຫວຽດນາມ ເຂົ້າຮ່ວມຕັ້ງຫນ້າເຂົ້າໃນບັນດາກົນໄກສາກົນຂອງ ສປຊ ແມ່ນຂີດໝາຍສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມໂອ້ລົມສົນທະນາ ແລະ ການຮ່ວມມື ເພື່ອຊຸກຍູ້ສິດທິມະນຸດຢູ່ພາຍໃນປະເທດ ແລະ ສາກົນຢ່າງແທດຈິງ”

 

   

ຫວຽດນາມ ມານະພະຍາຍາມປະກອບສ່ວນຊຸກຍູ້ສິດທິມະນຸດ. (ພາບປະກອບ: ວາລະສານໂຄສະນາສຶກສາ)

ໃນຂອບເຂດກອງປະຊຸມຂອງ ສະພາສິດທິມະນຸດ ສປຊ, ວັນທີ 2 ມີນາ ປີ 2022, ກ່າວຄຳເຫັນທີ່ວາລະປະຊຸມຂັ້ນສູງ ໂດຍເປີດສາກໃຫ້ກອງປະຊຸມສະໄຫມສາມັນ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍກ່ຽວຂ້ອງເພື່ອຊຸກຍູ້ບັນດາຫລັກການຂອງ ສປຊ  ແລະ ກົດໝາຍສາກົນ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງ ສະພາສິດທິມະນຸດ  ຜ່ານການໂອ້ລົມສົນທະນາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະກັນ. ຫວຽດນາມ ມີຄວາມເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານໃນທຸກແງ່ມູມ, ໃນນັ້ນ ໃຫ້ບຸລິມະສິດແກ່ການປົກປ້ອງສິດຂອງກຸ່ມຄົນມີຄວາມສ່ຽງ, ຄວາມສະເຫມີພາບລະຫວ່າງຍິງ - ຊາຍ, ຮັບປະກັນສິດທິມະນຸດໃນການແກ້ໄຂບັນດາບັນຫາທົ່ວໂລກ, ເປັນຕົ້ນແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຈາກແງ່ມູມທັດສະນະຂອງປະເທດຫນຶ່ງ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມກ່າວປາໄສ, ທາບທາມຄຳເຫັນ ຢູ່ບັນດາວາລະປຶກສາຫາລື ແລະ ໂອ້ລົມສົນທະນາ, ໃນນັ້ນ ເຊີດຊູນະໂຍບາຍ, ການເຂົ້າຮ່ວມການຮ່ວມມືສາກົນ ແລະ ຜົນງານຂອງຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ພ້ອມກັນນັ້ນ ຄະນະຜູ້ແທນຫວຽດນາມ ກໍ່ຕັ້ງຫນ້າເຂົ້າຮ່ວມການສ້າງບັນດາເນື້ອໃນເອກະສານ, ມະຕິສະບັບຕ່າງໆໂດຍສະພາສິດທິມະນຸດຮັບຮອງເອົາທີ່ກອງປະຊຸມສະໄຫມສາມັນຄັ້ງນີ້ ແລະ ນີ້ບໍ່ແມ່ນເປັນຄັ້ງທຳອິດ ຫວຽດນາມ ສະແດງທັດສະນະ ແລະປະຕິບັດການເພີ່ມທະວີການຮ່ວມມື, ການໂອ້ລົມສົນທະນາສາກົນ ເພື່ອແນໃສ່ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະ ຊຸກຍູ້ສິດທິມະນຸດຢູ່ພາຍໃນປະເທດ ແລະ ສາກົນຢ່າງແທ້ຈິງ.

ດ້ວຍແຜນນະໂຍບາຍ “ ຫວຽດນາມ ພ້ອມແລ້ວແມ່ນ ເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນປະຊາຄົມສາກົນ, ສູ້ຊົນເພື່ອສັນຕິພາບ, ເອກະລາດ, ການຮ່ວມມື ແລະ ພັດທະນາ”, ແຕ່ກອ່ນມາຮອດປະຈຸບັນ ຍາມໃດຫວຽດນາມ ກໍ່ເປັນເຈົ້າການເຂົ້າຮ່ວມໃນຫລາຍຂົງເຂດຮ່ວມມືສາກົນກ່ຽວກັບສິດທິມະນຸດໃນຂອງເຂດເວທີປາໄສສອງຝ່າຍ, ຫລາຍຝ່າຍ ແລະ ບັນດາອົງການຈັດຕັ້ງສິດທິມະນຸດສາກົນ.

ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນສະມາຊິກຂອງສົນທິສັນຍາສາກົນສະບັບສຳຄັນກ່ຽວຂ້ອງເຖິງສິດທິມະນຸດເກືອບທັງໝົດ. ວັນທີ 31 ມີນາ ປີ 2022, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະກາດບົດລາຍງານກາງສະໄຫມກ່ຽວກັບການປະຕິບັດບັນດາຄຳສະເຫນີແນະ ຫວຽດນາມ ໄດ້ຍອມຮັບຕາມກົນໄກກວດກາຄືນປະຈຳໄລຍະໂດຍທົ່ວໄປກ່ຽວກັບສິດທິມະນຸດ (UPR)ຮອບວຽນ III ຂອງສະພາສິດທິມະນຸດ ແລະ ຂໍ້ມູນຂ່າວກ່ຽວກັບການອອກສະໝັກຂອງ ຫວຽດນາມ ເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023 -2025.

ບົດລາຍງານກາງສະໄຫມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ເຊັນອະນຸມັດໃນວັນທີ 22 ມີນາ ປີ 2022 ເພື່ອປະກາດ ແລະ ສົ່ງເຖິງສະພາສິດທິມະນຸດ ສປຊ. ບົດລາຍງານໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດສະມາຊິກ, ຄວາມໂປ່ງໃສ ແລະ ເຂັ້ມງວດຂອງຫວຽດນາມ ທີ່ມີຕໍ່ກົນໄກ UPR ເວົ້າສະເພາະ ແລະ ໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດ ເວົ້າລວມ. ໃນວິວັດການອອກສະໝັກເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຫວຽດນາມ ພ້ອມແລ້ວຈະຮ່ວມມືກັບບັນດາປະເທດສະມາຊິກ ແລະ ບັນດາຝ່າຍກ່ຽວຂ້ອງເພື່ອຮັກສາບັນດາຫລັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ປັບປຸງປະສິດທິຜົນ ແລະ ປະສິດທິພາບຂອງສະພາສິດທິມະນຸດຜ່ານການໂອ້ລົມສົນທະນາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະກັນ.

ຫວຽດນາມ ຈະຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ, ພິເສດ ສຳລັບແມ່ຍິງ ແລະ ເດັກຍິງໃນຍຸກຫັນເປັນດີຈີຕອນ, ສືບຕໍ່ສະເຫນີມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບບັນດາສະມາຊິກອື່ນຂອງບັນດາກຸ່ມຫລັກແຫລ່ງ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມຂອງ ສະພາສິດທິມະນຸດໃນຂົງເຂດສິດໄດ້ຮັບການເບິ່ງແຍງດູແລສຸຂະພາບ, ພິເສດ ໃນສະພາບໂລກຟື້ນຟູຫລັງໂລກລະບາດໂຄວິດ 19, ຊຸກຍູ້ສິດໄດ້ເຮັດວຽກດີເພື່ອບັນລຸໃຫ້ໄດ້ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ. ຊຸກຍູ້ການບຳລຸງສ້າງ, ການສຶກສາກ່ຽວກັບສິດທິມະນຸດກໍ່ແມ່ນການໃຫ້ບຸລິມະສິດຂອງຫວຽດນາມ ເມື່ອເຂົ້າຮ່ວມ ແລະ ຮ່ວມມືກັບບັນດາປະເທດຢູ່ ສະພາສິດທິມະນຸດ.

ເປັນອັນວ່າ, ຫວຽດນາມ ພວມມານະພະຍາຍາມມຸ່ງໄປເຖິງການກາຍເປັນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ອາຍຸການ 2023 -2025, ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມື, ເພີ່ມທະວີປະສິດທິຜົນ, ຄວາມໂປ່ງໃສ ແລະ ຄວາມສະເຫມີພາບໃນວຽກງານຂອງສະພາສິດທິມະນຸດ ເພື່ອແນໃສ່ ປັບປຸງບົດບາດຂອງສະພາສິດທິມະນຸດຄືດັ່ງກົນໄກສຳຄັນທີ່ສຸດຂອງ ສປຊ ໃນການແກ້ໄຂບັນດາບັນຫາກ່ຽວກັບສິດທິມະນຸດ. ໃນນັ້ນ ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບກົນໄກ (UPR) ຂອງສະພາສິດທິມະນຸດ ແລະ ຖືນີ້ແມ່ນກົນໄກມີປະສິດທິຜົນເພື່ອແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ. ເລື່ອງໂອ້ລົມສົນທະນາ ແລະ ຮ່ວມມືສາກົນຢູ່ບັນດາກົນໄກຂອງ ສປຊ ແລະ ບັນດາປະເທດ ນັ້ນ ຫວຽດນາມ ລ້ວນແຕ່ຖືເປັນສຳຄັນເພື່ອຊຸກຍູ້ສິດທິມະນຸດຢູ່ແຕ່ລະປະເທດ ແລະ ໃນທົ່ວໂລກຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)


top