ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ທີ່​ສຸດ​ໃນ​ການ​ເຊື່ອມ​ຕໍ່​ມໍ​ລະ​ດົກ​​ຈັບ​ຕ້ອງ​ໄດ້ ກັບ​ມໍ​ລະ​ດົກ​​ບໍ່​ຈັບ​ຕ້ອງ​ໄດ້

ຫວ່າງມໍ່ໆມານີ້, ທ່ານ Christian Manhart ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດຂອງ ຫວຽດນາມ ໃນການເຊື່ອມຕໍ່ມໍລະດົກຈັບຕ້ອງໄດ້ ກັບ ມໍລະດົກນາມບໍ່ຈັບຕ້ອງໄດ້, ໂດຍຢັ້ງຢືນວ່າ ອົງການນີ້ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອການພັດທະນາຂອງປະເທດຊາດ.
  ທ່ານ Christian Manhart ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ (ພາບ: TTXVN)  

ຕາມທ່ານ Christian Manhart ແລ້ວ, ໜຶ່ງໃນບັນດາທ່າແຮງແກ້ງແຍ້ງກ່ຽວກັບການທ່ອງທ່ຽວຂອງ ຫວຽດນາມ ແມ່ນມາຈາກພື້ນຖານວັດທະນະທຳ, ທຳມະຊາດທີ່ອຸດົມສົມບູນ ແລະ ເປັນເອກະລັກ. ປັດຈຸບັນ, ຫວຽດນາມ ມີ 8 ມໍລະດົກທຳມະຊາດໂລກ ແລະ 14 ມໍລະດົກວັດທະນະທຳ, ນາມມະທຳ, ສິ່ງດັ່ງກ່າວນີ້ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຂອງ ປະເທດ. ຫວຽດນາມ ປະສົມຜົນສຳເລັດທີ່ສຸດ ໃນການເຊື່ອມຕໍ່ມໍລະດົກຈັບຕ້ອງໄດ້ ກັບ ມໍລະດົກບໍ່ຈັບຕ້ອງໄດ້.

ຫວຽດນາມ ໄດ້ມານະພະຍາຍາມທີ່ສຸດ ເພື່ອຊຸກຍູ້ການທ່ອງທ່ຽວທີ່ອີງໃສ່ວັດທະນະທຳ ແລະ ອະນຸລັກບັນດາສະຖານທີ່ດ້ານວັດທະນະທຳ ແລະ ທຳມະຊາດ. ທ່ານກໍສະເໜີໃຫ້ ຫວຽດນາມ ພັດທະນາບັນດາຜະລິດຕະພັນການທ່ອງທ່ຽວໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ຍືນຍົງ, ສ່ອງແສງໃຫ້ເຫັນມູນເຊື້ອ ແລະ ຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກຂອງຕົນເອງ.

 


top