ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມຮັບ​ປະ​ກັນ​, ຊຸກ​ຍູ້​ສິດ​ທິ​ມະ​ນຸດ

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າກະຊວງການຕ່າງປະເທດ, ບັນດານັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດໃນຂົງເຂດສິດທິມະນຸດ ແລະ ມີເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ ຫຼາຍທ່ານ.

ຕອນເຊົ້າວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ໂຄງການພັດທະນາ ສປຊ ໄດ້ສົມທົບກັນຈັດກອງປະຊຸມສຳມະນາສາກົນ ກ່ຽວກັບບົດຮຽນປະສົບການສ້າງບົດລາຍງານຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR). ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າກະຊວງການຕ່າງປະເທດ, ບັນດານັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດໃນຂົງເຂດສິດທິມະນຸດ ແລະ ມີເອກອັກຄະລັດຖະທູດຕ່າງປະເທດປະຈຳ ຫວຽດນາມ ຫຼາຍທ່ານ.

  ກອງປະຊຸມສຳມະນາສາກົນ ກ່ຽວກັບບົດຮຽນປະສົບການສ້າງບົດລາຍງານຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) (ພາບ: TTXVN)  

ໃນວິວັດການເຂົ້າຮ່ວມກົນໄກ UPR, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຈິດໃຈເຂັ້ມງວດ, ມີຄວາມຮັບຜິດຊອບ, ດ້ວຍອັດຕາເຫັນດີຂໍ້ສະເໜີແນະທີ່ນັບມື້ນັບເພີ່ມຂຶ້ນ, ຂຶ້ນເຖິງກ່ວາ 83% ຢູ່ຮອບວຽນທີ III, ສູງກ່ວາເມື່ອທຽບໃສ່ກັບບັນດາປະເທດ. ຕົ້ນປີ 2022, ຫວຽດນາມ ໄດ້ສົ່ງບົດລາຍງານກາງຮອບວຽນ ຂຶ້ນສະພາສິດທິມະນຸດ ສປຊ ແລະ ແມ່ນ 1 ໃນຈຳນວນ 39 ປະເທດສົ່ງບົດລາຍງານສະບັບນີ້. ໃນຕະຫຼອດໄລຍະສ້າງບົດລາຍງານ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມຮັບປະກັນບາງຫຼັກການໃນນັ້ນ ການປະຕິບັດບັນດາຂໍ້ສະເໜີແນະຂອງ UPR ຍາມໃດກໍ່ຕິດພັນກັບສັງລວມແຜນນະໂຍບາຍ, ນະໂຍບາຍ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ກ່ຽວກັບການຮັບປະກັນ, ຊຸກຍູ້ສິດທິມະນຸດ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ.


top