ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ

ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
  ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ (ພາບ: TTXVN)  

ກຳລັງກູ້ໄພກູ້ຊີບ ຫວຽດນາມ ທີ່ໄປຕວັກກີ ແມ່ນບັນດາພະນັກງານ, ນາຍທະຫານ ແລະ ຕຳຫຼວດວິຊາສະເພາະ ຂອງກອງທັບ ແລະ ຕຳຫຼວດ. ເຂົາເຈົ້າໄດ້ປະຕິບັດສຳເລັດທຸກວຽກງານກະກຽມໃນໄລຍະເວລາສັ້ນທີ່ສຸດ ເພື່ອເດີນທາງໄປປະຕິບັດວຽກງານກູ້ໄພກູ້ຊີບ ແລະ ໜູນຊ່ວຍມະນຸດສະທຳ.

ຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາສາກົນ

ກຳລັງຂອງກອງທັບ ຫວຽດນາມ ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວັກກີລວມມີ 76 ຄົນ ໃນນັ້ນມີນັກຮົບເສນາຮັກ ສັງກັດກົມໃຫຍ່ພະລາທິການ36 ຄົນ, ມີ ກຸ່ມກູ້ໄພກູ້ຊີບການພັງທະລາຍ ຂຶ້ນກັບເຫຼົ່າຮົບທະຫານຊ່າງ, ກອງບັນຊາການ 30 ຄົນ. ນອກຈາກນັ້ນຍັງມີ ກົມກອງໝາກວິຊາການຮັບໃຊ້ການຊອກຫາກູ້ໄພກູ້ຊີບຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ວັດຖຸອຸປະກອນ 42 ໂຕນກໍ່ໄດ້ຮັບການລະດົມເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ. ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມໃຫ້ຮູ້ວ່າ:

ໂດຍເລີ່ມມາຈາກການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຕວັກກີ ເວົ້າລວມ ແລະ ການພົວພັນລະຫວ່າງກະຊວງຕຳຫຼວດ ກັບບັນດາອົງການປະຕິບັດກົດໝາຍຂອງຕວັກກີເວົ້າສະເພາະ, ເພື່ອປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກເຊິ່ງ ຕວັກກີພວມປະສົບ, ກະຊວງໄດ້ຈັດສົ່ງຄະນະປະຕິບັດງານໄປຍັງຕວັກກີ ດ້ວຍເປົ້າມາຍໜູນຊ່ວຍການກູ້ໄພກູ້ຊີບ, ໜູນຊ່ວຍການຊອກຫາ ແລະ ສະໜອງການໜູນຊ່ວຍມະນຸດສະທຳຢ່າງວ່ອງໄວ ແລະ ຕັ້ງໜ້າທີ່ສຸດ.

ພາຍຫຼັງໄປຮອດຕວັກກີ, ຜ່ານຜ່າສະພາບດິນຟ້າອາກາດຮ້າຍແຮງ, ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບພະນັກງານກູ້ໄພກູ້ຊີບກ່ວາ 8000 ຄົນຂອງສາກົນ. ບໍລິເວນເຄື່ອນໄຫວຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ ໃນປັດຈຸບັນແມ່ນບາງສະຖານທີ່ຢູ່ນະຄອນ Adiyaman , ຕາແສງ Haci Omer Alpagot, ເມືອງ Antakya, ແຂວງ Hatay, ໜຶ່ງໃນບັນດາແຂວງໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກເຫດແຜ່ນດິນໄຫວ. ທ່ານພັນໂທ ຟ້ານເຈິ່ນຈຸງ, ຮອງຫົວໜ້າພະແນກບາດເຈັບສັນຍະກຳ ໂຮງໝໍເສນາຮັກ 354 ແບ່ງປັນວ່າ:

ຄະນະໄດ້ຮັບໜ້າທີ່ຕ້ອນຮັບ, ປິ່ນປົວ ຜູ້ປະສົບເຄາະຮ້າຍໝົດທຸກຄົນ ໃນເຫດແຜ່ນດິນໄຫວຢູ່ຕວັກກີ. ພວກຂ້າພະເຈົ້າໄດ້ຊາບຊຶມຕ້ອງປະຕິບັດໃຫ້ສຳເລັດໜ້າທີ່ ໃນບໍ່ວ່າສະພາບການໃດຢ່າງເດັດຂາດ.

ຕາມທ່ານພັນເອກ ຫງວຽນມິງເຄືອງ, ຫົວໜ້າຄະນະປະຕິບັດງານກູ້ໄພກູ້ຊີບກະຊວງຕຳຫຼວດແລ້ວ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ນຳໃຊ້ວັດຖຸອຸປະກອນວິຊາການສະເພາະທີ່ໄດ້ນຳມາຈາກຫວຽດນາມ. ນັ້ນແມ່ນ ອຸປະກອນເຈາະເບຕົງ, ອຸປະກອນກວດຊອກຫາຜູ້ປະສົບເຄາະຮ້າຍຈາກຄືນຣາດາ, ກໍ່ຄືອຸປະກອນກວດຊອກຫາຜູ້ປະສົບເຄາະຮ້າຍດ້ວຍກ້ອງຖ່າຍ ແລະ ສຽງ. ນອກຈາກນັ້ນ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ມອບຢຸກຢາສຸກເສີນ, ຢຸກຢາຈຳເປັນ, ວັດຖຸອຸປະກອນການແພດ, ຕູບ, ຄ້າຍ ນຳໃຊ້ຢູ່ສະໜາມໃຫ້ແກ່ຕວັກກີ.

  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ, ໂດເຊີນຫ໋າຍ (ພາບ: Anadolu Agency)  

ສາກົນຕີລາຄາສູງການເປັນມືອາຊີບ, ສຸດຈິດສຸດໃຈຂອງຄະນະກູ້ໄພກູ້ຊີບ ຫວຽດນາມ

ຄວາມສຸດຈິດສຸດໃຈ ແລະ ເປັນມືອາຊີບຂອງ ບັນດາສະມາຊິກຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກກຳລັງກູ້ໄພກູ້ຊີບຕວັກກີ ແລະ ສາກົນ.ມີປະຊາຊົນຕວັກກີຫຼາຍຄົນ, ເຊິ່ງແມ່ນຜູ້ຫາກໍ່ຜ່ານຜ່າເຫດແຜ່ນດິນໄຫວທີ່ຮ້າຍແຮງ ໄດ້ຊອກຫາມາພົບ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ໜ່ວຍກູ້ໄພກູ້ຊີບ ຫວຽດນາມ ຍ້ອນວ່າໃນຊຸມວັນຜ່ານມາໄດ້ມີໜ້າຊ່ວຍເຫຼືອ, ຊອກຫາຜູ້ປະສົບເຄາະຮ້າຍທີ່ຖືກຖົມຕິດຄ້າງໃນຊາກຫັກພັງ. ເມື່ອພົບປະກັບສະມາຊິກຂອງຄະນະ, ເຂົາເຈົ້າຍາມໃດກໍ່ເອົາມືຂວາປະແປະໜ້າເອິກຊາຍ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາກຳລັງກູ້ໄພກູ້ຊີບ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ, ໂດເຊີນຫ໋າຍ ໃຫ້ຮູ້ວ່າ:

ເມື່ອເຫັນຄະນະ ຫວຽດນາມມາ ພ້ອມກັບວັດຖຸອຸປະກອນ ແລະ ເຄື່ອງຊ່ວຍເຫຼືອ, ຝ່າຍປະເທດຕວັກກີຮູ້ສຶກຕື້ນຕັນໃຈຫຼາຍ. ຂ້າພະເຈົ້າກໍ່ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດ ທີ່ຄະນະກູ້ໄພກູ້ຊີບຂອງ ຫວຽດນາມ ໄດ້ມາໄກຄືແນວນີ້, ໃນເງື່ອນໄຂວດິນຟ້າອາກາດຮ້າຍແຮງ, ຫວຽດນາມ ໄດ້ຜ່ານຜ່າທຸກສິ່ງທຸກຢ່າງ ເພື່ອເຂົ້າຮ່ວມການເຄື່ອນໄຫວນີ້. ປະເທດເພື່ອນໄດ້ຕີລາຄາສູງທີ່ສຸດ ແລະ ມາຮອດປັດຈຸບັນ, ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ການເຄື່ອນໄຫວຜັນຂະຫຍາຍຢ່າງທັນການ ແລະ ສຸດຈິດສຸດໃຈ ຂອງ ຫວຽດນາມ.

ທ່ານພົນຕີ ໂຕເອິນໂຊ, ໂຄສົກກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:

ຄະນະໄດ້ເດີນທາງພາຍຫຼັງຮັບຄຳສັ່ງພຽງ 2  3 ຊົ່ວໂມງ, ນີ້ເປັນການພິສູດໃຫ້ເຫັນລັກສະນະມີວິໄນ, ລັກສະນະເປັນມືອາຊີບສູງທີ່ສຸດຂອງກຳລັງກູ້ໄພກູ້ຊີບ ຫວຽດນາມ. ຜ່ານການເຄື່ອນໄຫວນີ້, ບັນດາທູດມະນຸດສະທຳ, ທູດສັນຕິພາບ ຂອງ ຫວຽດນາມ ຈະສ້າງພາບພົດທີ່ດີງາມໃນດວງໃຈຂອງປະຊາຊົນຕວັກກີ ກໍ່ຄືເພື່ອນມິດສາກົນ.

ຫວຽດນາມ ໄດ້ ແລະ ພວມຈັດສົ່ງຊັບພະຍາກອນມະນຸດໄປເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ, ແລະ ປັດຈຸບັນ, ສືບຕໍ່ຈັດສົ່ງກຳລັງເຂົ້າຮ່ວມການກູ້ໄພກູ້ຊີບ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວັກກີ. ບັນດາການກະທຳອັນສູງສົ່ງນີ້ໄດ້ເສີມຂະຫຍາຍມູນເຊື້ອຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ ຫວຽດນາມ, ເພີ່ມທະວີນ້ຳໃຈສາມັກຄີສາກົນ, ເຮັດໃຫ້ພາບພົດຫວຽດນາມໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ ເພີ່ມຄວາມງາມຫຼາຍຂຶ້ນ.


top