ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເພື່ອແນໃສ່ອະນຸລັກຮັກສາຊີວະນາໆພັນທົ່ວໂລກ, ພ້ອມແລ້ວທີ່ຈະລະດົມທຸກແຫຼ່ງກຳລັງ ເພື່ອຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບຊີວະນາໆພັນຢ່າງມີປະສິດທິຜົນ.
  ພາບປະກອບ: TTXVN  

ຢູ່ກອງປະຊຸມຂັ້ນສູງດ້ວຍຫົວຂໍ້ “ພື້ນຖານສີວິໄລຊີວະນາໆພັນ - ສ້າງອະນາຄົດລວມໃຫ້ແກ່ທຸກສິ່ງທີ່ມີຊີວິດໃນໂລກ” ໃນຂອບເຂດກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP15) ພວມໄດ້ດຳເນີນຢູ່ ການາດາ, ທ່ານ ຫວໍຕວັນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມມານະພະຍາຍາມລວມ

ເພື່ອແນໃສ່ອະນຸລັກຮັກສາຊີວະນາໆພັນທົ່ວໂລກ, ພ້ອມແລ້ວທີ່ຈະລະດົມທຸກແຫຼ່ງກຳລັງ ເພື່ອຜັນຂະຫຍາຍຍຸດທະສາດແຫ່ງຊາດກ່ຽວກັບຊີວະນາໆພັນຢ່າງມີປະສິດທິຜົນ.

ທ່ານຮອງລັດຖະມົນຕີ ຫວໍຕວັນເຍິນ ເນັ້ນໜັກວ່າ, ນັບແຕ່ເວລາເຂົ້າຮ່ວມສົນທິສັນຍາ ກ່ຽວກັບຊີວະນາໆພັນ ໃນປີ 1994, ຫວຽດນາມ ໄດ້ມີຄວາມມານະພະຍາຍາມເພື່ອແກ້ໄຂບັນດາໄພນາບຂູ່ ກ່ຽວກັບຊີວະນາໆພັນ ຢ່າງຮອບດ້ານ, ລວມມີການສ້າງກອບນິຕິກຳໃຫ້ສົມບູນແບບ, ຕັ້ງໜ້າຮ່ວມມື, ຮ່ຳຮຽນບົດຮຽນປະສົບການສາກົນ, ສ້າງເງື່ອນໄຂໃຫ້ແກ່ຮາກຖານອະນຸລັກຮັກສາຊີວະນາໆພັນ ພາຍໃນປະເທດພັດທະນາ.

ໃນຖານະເປັນສະມາຊິກຕັ້ງໜ້າຂອງສົນທິສັນຍາ, ຫວຽດນາມ ສະເໜີຄວນສ້າງກົນໄກໜູນຊ່ວຍປະຕິບັດໂດຍໄວ, ລວມມີກົນໄກການເງິນໃໝ່, ລະດົມແຫຼ່ງກຳລັງ, ກໍ່ສ້າງ ແລະ ພັດທະນາກຳລັງຄວາມສາມາດ, ເຕັກນິກ, ຮ່ວມມືດ້ານວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຢີ, ເພີ່ມທະວີການຮ່ວມມືລະຫວ່າງບັນດາຝ່າຍເພື່ອປະຕິບັດສຳເລັດບັນດາເປົ້າໝາຍຂອງ ກອບຊີວະນາໆພັນທົ່ວໂລກ.


top