ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ອາ​ເມ​ລິ​ກາ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງບົນຫຼັກການທີ່ວ່າ ອາເມລິກາ ຍາມໃດກໍສະໜັບສະໜູນ ຫວຽດນາມ ຢ່າງແຮງ, ເອກະລາດ, ວັດທະນາຖາວອນ ແລະ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (ພາບ: VGP)  

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຕອນບ່າຍວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ ເມື່ອໃຫ້ການຕ້ອນຮັບທ່ານນາງ Samantha Power, ຜູ້ອຳນວຍການໃຫຍ່ອົງການພັດທະນາສາກົນ ອາເມລິກາ (USAID) ພວມຢູ່ຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ USAID ສືບຕໍ່ຍູ້ແຮງການຊ່ວຍເຫຼືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຍູ້ແຮງການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໜູນຊ່ວຍມະຫາວິທະຍາໄລ Fulbright ຫວຽດນາມ ກາຍເປັນສູນສຶກສາ ລະດັບພາກພື້ນ; ຊຸກຍູ້ການປ່ຽນແປງສີຂຽວ, ຫັນເປັນດີຈີຕອນ.

ສ່ວນທ່ານນາງ Samantha Power ສະແດງຄວາມຂອບອົກຂອບໃຈລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ໄດ້ຮ່ວມມືກັບ USAID ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍໂຄງການຕ່າງໆໂດຍ ອາເມລິກາ ອຸປະຖຳ ຢ່າງມີປະສິດທິຜົນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມື, ໜູນຊ່ວຍ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວມາຂ້າງເທິງ.

 


top