ແຕ່ວັນທີ 10 – 12 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມຄັ້ງທີ 18 ບັນດາປະເທດສະມາຊິກສົນທິສັນຍາສິດທິຂອງຄົນພິການ (CRPD) ດ້ວຍຫົວຂໍ້ “ເພີ່ມທະວີສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບສິດທິ ແລະ ການປະກອບສ່ວນຂອງຄົນພິການໃນການພັດທະນາສັງຄົມ, ມຸ່ງໄປເຖິງກອງປະຊຸມສຸດຍອດໂລກກ່ຽວກັບການພັດທະນາສັງຄົມ ຄັ້ງທີ 2”.
ກອງປະຊຸມ ຄັ້ງທີ 18 ບັນດາປະເທດສະມາຊິກສົນທິສັນຍາສິດທິຂອງຄົນພິການ (ພາບ: ກະຊວງການຕ່າງປະເທດ)
ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະປະຈຳ ຫວຽດນາມ ຢູ່ ສປຊ, ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບການຊຸກຍູ້ ແລະ ປົກປ້ອງສິດທິຂອງຄົນພິການ, ໂດຍສະແດງອອກຜ່ານບັນດານະໂຍບາຍ ແລະ ນິຕິກຳ ທີ່ໄດ້ຮັບການປະກາດໃຊ້, ໃນນັ້ນມີກົດໝາຍວ່າດ້ວຍຄົນພິການປີ 2010 ແລະ ການໃຫ້ສັດຕະຍາບັນສົນທິສັນຍາ ສິດທິຂອງຄົນພິການປີ 2014.
ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນໃນຂົງເຂດນີ້, ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດ ແລະ ອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ຮັບປະກັນສິດທິຂອງຄົນພິການຫຼາຍກວ່າອີກ, ມຸ່ງໄປເຖິງສັງຄົມຍຸຕິທຳ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.