ຂ່າວສານ

ຫວຽດ​ນາມ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ທະ​ເລ​​ຫມູ່​ເກາະ

ໃນຍຸດທະຍາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030, ການທ່ອງທ່ຽວທະເລໝູ່ເກາະແມ່ນໜຶ່ງໃນບັນດາຮູບແບບຜະລິດຕະພັນຕົ້ນຕໍ ໄດ້ກຳນົດນົດທິດໃຫ້ເອົາໃຈໃສ່ພັດທະນາ.
   (ພາບ: VGP/Lưu Hương)  

ກອງປະຊຸມສຳມະນາ “ພັດທະນາການທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ-ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການ” ໂດຍກະຊວງວັດທະນະທຳ. ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບສະຫະສະມາຄົມທ່ອງທ່ຽວຫວຽດນາມ ຈັດຂຶ້ນເມື່ອຕອນບ່າຍວັນທີ 9 ທັນວາຢູ່ນະຄອນ ດ່ານັງ. ໃນຍຸດທະຍາດພັດທະນາການທ່ອງທ່ຽວຫວຽດນາມ ຮອດປີ 2030, ການທ່ອງທ່ຽວທະເລໝູ່ເກາະແມ່ນໜຶ່ງໃນບັນດາຮູບແບບຜະລິດຕະພັນຕົ້ນຕໍ ໄດ້ກຳນົດນົດທິດໃຫ້ເອົາໃຈໃສ່ພັດທະນາ. ທີ່ກອງປະຊຸມສຳມະນາ, ທ່ານ ດ່ວານວັນຫວຽດ, ຮອງລັດຖະມົນຕີ ກະຊວງວັດທະນະທຳ. ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ:

ດ້ວຍການກຳນົດທິດໃນໄລຍະຈະມາເຖິງ, ການທ່ອງທ່ຽວທະເລໝູ່ເກາະຫວຽດນາມ ຈະເອົາໃຈໃສ່ພັດທະນາການທ່ອງທ່ຽວຜັກຜ່ອນສຸຂະພາບຂັ້ນສູງ, ພັດທະນາການທ່ອງທ່ຽວທະເລ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຕິດພັນການເສີມຂະຫຍາຍມູນເຊື້ອວັດທະນະທຳ ກັບການພັດທະນາວົງຄະນາຍາດ ແລະ ປົກປັກຮັກສາອະທິປະໄຕຂອງຊາດ.


top