ຂ່າວສານ

ຫວຽດ​ນາມ ປຽນ​ເໝືອນສູນ​ກາງ​ພະ​ລັງ​ງານ​ທົດ​ແທນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດນາມ ໄດ້ນອນຢູ່ ທອັບ 10 ປະເທດມີກຳລັງການຕິດຕັ້ງພະລັງງານແສງອາທິດສູງທີ່ສຸດທົ່ວໂລກໃນປີ 2020.
ປະຈຸບັນ ຫວຽດນາມ ມີພະລັງງານແສງຕາເວັນໄດ້ຕິດຕັ້ງຢູ່ທົວອາຊີຕາເວັນອອກສ່ຽງໃຕ້, ດ້ວຍກຳລັງການຜະລິດລັດແມ່ນ 16.500 MW ໃນປີ 2020 (ພາບ: TTXVN)

ເວັບໄຊ entrepreneur.com ຫາກໍ່ມີບົດໃຫ້ຂໍ້ສຫງເກດກ່ຽວກັບທີ່ຕັ້ງບົດບາດຂອງ ຫວຽດນາມ ວ່າປຽບເໝືອນສູນກາງພະລັງງານທົດແທນຢູ່ອາຊີຕາເວັນອອກສ່ຽງໃຕ້, ຕາມນັ້ນແລ້ວ, ປະຈຸບັນ ຫວຽດນາມ ມີພະລັງງານແສງຕາເວັນໄດ້ຕິດຕັ້ງຢູ່ທົວອາຊີຕາເວັນອອກສ່ຽງໃຕ້, ດ້ວຍກຳລັງການຜະລິດລັດແມ່ນ 16.500 MW ໃນປີ 2020. ຫວຽດນາມ ກໍ່ໄດ້ນອນຢູ່ ທອັບ 10 ປະເທດມີກຳລັງການຕິດຕັ້ງພະລັງງານແສງອາທິດສູງທີ່ສຸດທົ່ວໂລກໃນປີ 2020. ຕາມຜູ້ຂຽນບົດ, ຕໍ່ກັບກຳລັງຄວາມສາມາດບົ່ມຊ້ອນທີ່ໃຫ່ຍຫຼວງ ກ່ຽວກັບພະລັງງານແສງອາທິດ ແລະ ບັນດາເປົ້າໝາຍພະລັງງານສີຂຽວ ເຂົ້າໃນປີ 2050, ຫວຽດນາມ ຈະມີໂອກາດຫຼາຍທີ່ສຸດເພື່ອກາຍເປັນປະເທດນໍາໜ້າພະລັງງານທົດແທນທົ່ວໂລກ.

ນອກຈາກນັ້ນ, ຫວຽດນາມ ຍັງມີແຫຼ່ງຊັບພະຍາກອນລົມໃຫ່ຍທີ່ສຸດໃນຂົງເຂດ ດ້ວຍກຳລັງຄວາມສາມາດ 311GW, ສະນັ້ນ, ຍັງສາມາດສ້າງຕັ້ງບັນດາໂຄງການພະລັງງານແຮງລົມຢູ່ ຫວຽດນາມ ໄດ້ອິກ. ຕາມທະນາຄານໂລກແລ້ວ, ຫຼາຍກວ່າ 39%  ຂົງເຂດ ຢູ່ ຫວຽດນາມ ຄວາມໄວຂອງລົມແມ່ນຫຼາຍກວ່າ 6 ແມັດ/ວິນາທີ(m/s), ທຽບເທົ່າກັບກຳລັງການພະລິດ 512 GW.

ຄຽງຄູ່ກັນນັ້ນ, ໃນມໍ່ໆມານີ້ ຫວຽດນາມ ໄດ້ເຫັນການເຕີບໂຕຢ່າງແຮງຂອງພະລັງງານແສງຕາເວັນ(PV). ນີ້ແມ່ນຂັ້ນຕອນເລີ່ມຕົ້ນຂອງຂະບວນ ການຫັນປ່ຽນພະລັງງານຂອງປະເທດ ອອກຈາກຖ່ານຫີນ.

(ແຫຼ່ງຄັດຈາກ VOV)


top