ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ Timor – Leste

“ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ Timor – Leste”. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໃນ​ການ​ຕ້ອນ​ຮັບ​ທ່ານ Kay Rala Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste ໃນ​ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບທ່ານ Kay Rala Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste (ພາບ: TTXVN)  

“ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ Timor – Leste”. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ການ​ຕ້ອນ​ຮັບ​ທ່ານ Kay Rala Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste ໃນ​ຕອນ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ, ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ພົບ​ປະ​ສອງ​ຝ່າຍ​ລະ​ຫວ່າງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Kay Rala Xanana Gusmão ​ແລະ ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເລ​ມິງ​ຮຶງ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ສ້າງ​ຂອບ​ເຂດ ແລະ ພື້ນ​ຖານ​ອັນ​ສຳ​ຄັນ​ເພື່ອ​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງກວ່າ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ ສອງ​ປະ​ເທດ ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽ​ນ​ຄະ​ນະ, ພົບ​ປະ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ແລກ​ປ່ຽນ​ປະ​ຊາ​ຊົນ. ທ່ານ​ ໂຕ​ເລິມ ກໍ​ສະ​ເໜີ​ໃຫ້​ສອງ​ຝ່າຍ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ເກົ່າ ແລະ ແບບ​ໃໝ່; ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂ​ດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຝ່າຍ.

ສ່ວນ​ທ່ານ​ Kay Rala Xanana Gusmão ນາ​ຍົກ​ລັດ​ຖະ​ມົນ​ຕີ Timor – Leste ປາດ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະ​ຈັດ​ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ ຄັ້ງ​ທຳ​ອິດ ໂດຍ​ໄວ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ແຜນ​ການ ແລະ ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ອຽດ, ໃນ​ນັ້ນ ມີ​ການ​ພິ​ຈາ​ລະ​ນາ​ບັນ​ດາ​ຂົງ​ເຂດ ຫວຽດ​ນາມ ອາດ​ຈະ​ໜູນ​ຊ່ວຍ Timor – Leste ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເປັນ​ເຈົ້າ​ດ້ານ​ເສດ​ຖະ​ກິດ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ.


top