ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ຕອນເຊົ້າວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າ ອາເມລິກາ (SIA) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ຕ້ອນຮັບທ່ານ John Neuffer, ຜູ້ບໍລິຫານ ສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າ ອາເມລິກາ (ພາບ: TTXVN)  

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ສະເໜີໃຫ້ສະມາຄົມດັ່ງກ່າວ ຊ່ວຍຊຸກຍູ້ບັນດາກຸ່ມບໍລິສັດ, ວິສາຫະກິດສະມາຊິກ ເພີ່ມທະວີການລົງທຶນ ແລະ ເປີດກວ້າງການລົງທຶນຢູ່ ຫວຽດນາມ, ຜ່ານນັ້ນ ປະກອບສ່ວນພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕາມທິດອຸດສາຫະກຳ, ຖືການພັດທະນາເຕັກໂນໂລຢີສູງ, ເຕັກໂນໂລຢີທັນສະໄໝ, ເຕັກໂນໂລຢີດີຈີຕອນ ເພື່ອເປັນພື້ນຖານແກ່ການເຕີບໂຕ.

ສ່ວນທ່ານ John Neuffer, ຜູ້ບໍລິຫານ ສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າ ອາເມລິກາ ໃຫ້ຮູ້ວ່າ ທາງຂະແໜງກຳລັງສ້າງຄືນໃໝ່ ເພື່ອສ້າງຄວາມດຸ່ນດ່ຽງໃນລະບົບການຜະລິດເຄິ່ງຊັກນຳໄຟຟ້າທົ່ວໂລກ. ທ່ານ John Neuffer ຫວັງວ່າ ຈະຮ່ວມມືກັບລັດຖະບານ ຫວຽດນາມ ເພື່ອຊ່ວຍ ຫວຽດນາມ ຍາດແຍ່ງເອົາກາລະໂອກາດສຳຄັນນີ້. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ ຈະມີບາດກ້າວພັດທະນາຢ່າງເຂັ້ມແຂງໃນໄລຍະຈະມາເຖິງ.

 


top