ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຮັກ​ສາ​ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ

ບັນດາອົງການຄຸ້ມຄອງຂອງສອງປະເທດເວົ້າລວມ ແລະ ລະຫວ່າງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ USTR ເວົ້າສະເພາະ ຕ້ອງມີການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ເພື່ອຜັນຂະຫຍາຍ ແລະ ປະຕິບັດວິໄສທັດຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ.

ໃນຂອບເຂດການເຄື່ອນໄຫວຢູ່ ອາເມລິກາ, ໂດຍຕິດຕາມທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເຂົ້າຮ່ວມບັນດາການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍຫວ່າງມໍ່ໆມານີ້ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), ທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຟານທິຖັງ  ໄດ້ມີການເຮັດວຽກກັບທ່ານນາງ Sarah Elleman, ຊ່ວຍວຽກຜູ້ຕາງໜ້າການຄ້າ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ (USTR).

ບັນຍາກາດການເຮັດວຽກ (ພາບ: TTXVN)

ທີ່ການເຮັດວຽກ, ບັນດາອົງການຄຸ້ມຄອງຂອງສອງປະເທດເວົ້າລວມ ແລະ ລະຫວ່າງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ USTR ເວົ້າສະເພາະ ຕ້ອງມີການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ເພື່ອຜັນຂະຫຍາຍ ແລະ ປະຕິບັດວິໄສທັດຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ, ສ້າງບັນນດາເປົ້າໝາຍພັດທະນາໃຫ້ສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.


top