ຕອນບ່າຍວັນທີ 12 ກຸມພາ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ ທີ່ເດີນທາງມາຢ້ຽມຢາມ ຫວຽດນາມ.
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຕ້ອນຮັບທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ (ພາບ: TTXVN)
ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມໄດ້ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງຮອບດ້ານກັບ ການາດາຢ່າງແຮງ, ທ່ານເນັ້ນໜັກວ່າແນວທາງການຕ່າງປະເທດຢ່າງເປັນເຈົ້າການ, ຕັ້ງໜ້າຂອງ ການາດາ ແລະ ເລື່ອງສອງປະເທດແບ່ງປັນຜົນປະໂຫຍດດ້ານຍຸດທະສາດອັນຍິ່ງໃຫຍ່ຫຼາຍຢ່າງແມ່ນພື້ນຖານ ແລະ ເງື່ອນໄຂສະດວກເພື່ອເປີດກວ້າງການຮ່ວມມືສອງຝ່າຍ, ມຸ່ງໄປເຖິງການນຳການພົວພັນ ຫວຽດນາມ - ການາດາຂຶ້ນສູ່ລະດັບສູງໃໝ່.
ສ່ວນ ທ່ານ Maninder Sidhu ລັດຖະມົນຕີກະຊວງການຄ້າ ສາກົນ ການາດາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ເຊືື່ອໝັ້ນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນສັງກາດພັດທະນາໃໝ່.
ກ່ຽວກັບການພົວພັນສອງຝ່າຍ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບ ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ການາດາ - ຫວຽດນາມ, ຢັ້ງຢືນຈະສ້າງເງື່ອນໄຂສະດວກເພື່ອຊຸກຍູ້ ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ: ການຄ້າ - ການລົງທຶນ, ການປ້ອງກັນຊາດ - ການປ້ອງກັນຄວາມສະຫງົບ, ໜູນຊ່ວຍການພັດທະນາຢ່າງເປັນທາງການ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່.