ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ ພ້ອມ​ກັບ​ ສ.ເກົາຫຼີ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃຫ້ຫຼາຍ​ກ່​ວາ​ອີກ

ທ່ານ ດ່ວານຄັກວຽດ ເນັ້ນໜັກວ່າ ຫວຽດນາມ ຖືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງເປັນສຳຄັນ. ບົນຈິດໃຈປະອະດີດຕະການໄວ້, ມຸ່ງໄປສູ່ອະນາຄົດ, ຫວຽດນາມ ປາດຖະໜາຢາກ ພ້ອມກັບ ສ.ເກົາຫຼີ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.
  ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດ່ວານຄັກວຽດ (ພາບ: ກະຊວງການຕ່າງປະເທດ)  

ຕອນບ່າຍວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ດ່ວານຄັກວຽດ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບຄຳຕັດສິນຂອງສານເມືອງ ເຊີອູນ (ສ.ເກົາຫຼີ) ໃນວັນທີ 7 ກຸມພາ ເຊິ່ງຮຽກຮ້ອງໃຫ້ລັດຖະບານ ສ.ເກົາຫຼີ ທົດແທນໃຫ້ແກ່ທ່ານນາງ ຫງວຽນທິແທັງ  -ຝ່າຍໂຈດໃນເຫດຮ້ອງຟ້ອງກ່ຽວກັບການເຂັ່ນຂ້າສາມັນຊົນ ໃນສົງຄາມ ຫວຽດນາມ ຢູ່ໝູ່ບ້ານ ຟອງຍິ, ເມືອງ ດ້ຽນອານ, ເທດສະບານ ດ້ຽນບ່ານ, ແຂວງ ກ໋ວາງນາມໃນປີ 1968. ທ່ານ ດ່ວານຄັກວຽດ ເນັ້ນໜັກວ່າ ຫວຽດນາມ ຖືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງເປັນສຳຄັນ. ບົນຈິດໃຈປະອະດີດຕະການໄວ້, ມຸ່ງໄປສູ່ອະນາຄົດ, ຫວຽດນາມ ປາດຖະໜາຢາກ ພ້ອມກັບ ສ.ເກົາຫຼີ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ, ສົ່ງເສີມການກະທຳທີ່ແທດຈິງ, ມີປະສິດທິຜົນເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ປະກອບສ່ວນປັບປຸງ, ເພີ່ມທະວີນ້ຳໃຈມິດຕະພາບ, ການພົວພັນອັນດີງາມລະຫວ່າງສອງປະເທດ.

ກ່ຽວຂ້ອງເຖິງ ການປົກປ້ອງພົນລະເມືອງ ຫວຽດນາມ ສອງຄົນ ທີ່ຫາຍສາບສູນໃນເຫດກຳປັ່ນຫາປາຈົມນ້ຳຢູ່ ສ.ເກົາຫຼີໃນວັນທີ 4 ກຸມພາ, ທ່ານດ່ວານຄັກວຽດ ໃຫ້ຮູ້ວ່າ:

ມາຮອດປັດຈຸບັນ, ຕາມສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລ້ວ, ເຖິງວ່າຍັງບໍ່ທັນເຫັນລູກເຮືອຊາວຫວຽດນາມ ສອງຄົນທີ່ຫາຍສາບສູນກໍ່ຕາມ, ແຕ່ວຽກງານການຊອກຫາກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍ ພວມສືບຕໍ່ໄດ້ຮັບການປະຕິບັດ. ໃນຊຸມວັນຜ່ານມາ, ກະຊວງການຕ່າງປະເທດໄດ້ຕິດຕໍ່ພົວພັນກັບຄອບຄົວຂອງສອງຄົນດັ່ງກ່າວ ເພື່ອຢື້ຢາມຖາມຂ່າວ ແລະ ແຈ້ງໃຫ້ຊາບລະບຽບການກົງສູນທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາປົກປ້ອງພົນລະເມືອງ.

ກ່ຽວກັບເຫດແຜ່ນດິນໄຫວຢູ່ ຕວັກກີ ແລະ ຊີຣີ, ທ່ານດ່ວານຄັກວຽດ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນໄດ້ຮັບຂໍ້ມູນໃດກ່ຽວກັບເລື່ອງ ຊາວຫວຽດນາມ ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວດັ່ງກ່າວ. 

 


top