ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ

ໂດຍປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປຶກສາຫາລື ບັນດາເນື້ອໃນໃນໂຄງການດຳເນີນງານ, ສະເໜີການສະໜັບສະໜູນຕໍ່ບັນດາຂໍ້ລິເລີ່ມ, ບຸລິມະສິດໃນປີ ປະທານອາຊຽນ 2025 ຂອງ ມາເລເຊຍ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 28 ກຸມພາ, ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 31 (AEMR-31) ໄດ້ດຳເນີນຢູ່ລັດ Johor ຂອງ ມາເລເຊຍ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະເປັນຜູ້ສັງເກດການ), ທ່ານເລຂາທິການໃຫຍ່  ອາຊຽນ Kao Kim Hourn. ຄະນະຜູ້ຕາງໜ້າ ຫວຽດນາມ ລວມມີບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ, ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນຊິງເຍິດເຕິນ ນຳໜ້າ ເຂົ້າຮ່ວມກອງປະຊຸມ.

ຢູ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຮັບຮອງເອົາ 18 ຂໍ້ລິເລີ່ມ ແລະ ບຸລິມະສິດໃນການຮ່ວມມືດຳເນີນທຸລະກິດໃນປີ ປະທານອາຊຽນ 2025 ໂດຍ ມາເລເຊຍສະເໜີ, ສຸມໃສ່ເຂົ້າໃນການຊຸກຍູ້ການຄ້າ ແລະ ການລົງທຶນ, ກໍ່ສ້າງວິວັດການພັດທະນາແບບກວມລວມ ແລະ ຍືນຍົງ, ເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ, ສ້າງພື້ນຖານເສດຖະກິດດີຈີຕອນ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂດຍປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າປຶກສາຫາລື ບັນດາເນື້ອໃນໃນໂຄງການດຳເນີນງານ, ສະເໜີການສະໜັບສະໜູນຕໍ່ບັນດາຂໍ້ລິເລີ່ມ, ບຸລິມະສິດໃນປີ ປະທານອາຊຽນ 2025 ຂອງ ມາເລເຊຍ, ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ດ້ວຍບັນດາຄວາມມານະພະຍາມຂອງ ມາເລເຊຍ, ອາຊຽນ ຈະບັນລຸໄດ້ບັນດາໝາກຜົນຍິ່ງໃຫຍ່, ມຸ່ງໄປເຖິງ ອາຊຽນ “ກວມລວມ ແລະ ຍືນຍົງ”.


top