ຂ່າວສານ

ຫວຽດ​ນາມ ບຸ​ລິ​ມະ​ສິດ​ການ​ຮ່ວ​ມ​ມື​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ຮັບ​​ມື​ກັບ​ໂລກ​ລະ​ບາດ​ໂຄວິດ 19

ວັນທີ 22 ກັນຍາ,  ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ກຸ່ມບໍລະຫານທົ່ວໂລກ (3G)  ຄັ້ງທີ 14 ໂດຍພາຍໃຕ້ການເປັນປະທານຂອງ ສິງກະໂປ.
 (ພາບ: Twitter)

ວັນທີ 22 ກັນຍາ,  ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ກຸ່ມບໍລະຫານທົ່ວໂລກ (3G)  ຄັ້ງທີ 14 ໂດຍພາຍໃຕ້ການເປັນປະທານຂອງ ສິງກະໂປ-ປະເທດເຈົ້າພາບກຸ່ມບໍລະຫານທົ່ວໂລກ (3G). ນີ້ແມ່ນກອງປະຊຸມສຳຄັນໃນປີ 2021ຂອງກຸ່ມ 3G ເພື່ອແນໃສ່ປະກອບສ່ວນເພີ່ມທະວີການບໍລິຫານທົ່ວໂລກ ໃນສະພາບໂລກພວມຕ້ອງປະເຊີນໜ້າ ກັບບັນດາສິ່ງທ້າທາຍຫຼາຍຝ່າຍ, ສັບສົນທີ່ບໍ່ເຄີຍມີມາກ່ອນໃນປະຈຸບັນ, ປະກອບສ່ວນກະກຽມໃຫ້ແກ່ກອງປະຊຸມສຸດຍອດກຸ່ມ ຈັດຂຶ້ນຢູ່ ອີຕາລີ ໃນເດືອນຕຸລາຈະມາເຖິງ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ແບ່ງປັນ 3 ບຸລິມະສິດຮ່ວມມືຮອບດ້ານ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ 19, ຊຸກຍູ້ການຟື້ນຟູຢ່າງແຮງ, ຍືນຍົງ ແລະ ກວມລວມ. ທີ 1 ແມ່ນສະເໜີໃຫ້ປະຊາຄົມສາກົນ ຈົ່ງຍູ້ໄວການແບ່ງປັນວັກຊິນຢ່າງທັນການ. ທີ 2 ແມ່ນຮັກສາລະບົບການຜະລິດ ແລະ ສະໜອງທົ່ວໂລກເປັນປົກກະຕິ, ຮັບປະກັນການໄປມາໂດຍເສລີ, ທີ 3 ແມ່ນປະເທດຕ່າງໆຕ້ອງມານະພະຍາຍາມກ່ວາອີກ ເພື່ອແນໃສ່ຮັບປະກັນການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top