ຂ່າວສານ

ຫວຽດ​ນາມ - ນິວ​ຊີ​ແລນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລັດ​ຖະ​ສະ​ພາ, ຊຸກ​ຍູ້​ເສດ​ຖະ​ກິດ​, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສຶກ​ສາ​ຢ່າງ​ຮອບ​ດ້ານ

ສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂຄວາມສະດວກຊຸກຍູ້ບັນດານັກລົງທຶນ ຫວຽດນາມ ແລະ ນິວຊີແລນ ຊອກຮູ້, ແຊກຊຶມເຂົ້າຕະຫຼາດຂອງກັນ.

ສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ສ້າງທຸກເງື່ອນໄຂຄວາມສະດວກຊຸກຍູ້ບັນດານັກລົງທຶນ ຫວຽດນາມ ແລະ ນິວຊີແລນ ຊອກຮູ້, ແຊກຊຶມເຂົ້າຕະຫຼາດຂອງກັນ.

  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ຕ້ອນຮັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden  

ນີ້ແມ່ນການຢືນຢັນຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໃນຕອນບ່າຍວັນທີ 14 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden, ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ຫວັງວ່າ ລັດຖະບານ ນິວຊີແລນ ຈະໃຫ້ຄວາມສຳຄັນເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາຂັ້ນ ແລະ ບັນດາຊຶອງທາງ, ໃນນັ້ນມີຊ່ອງທາງສະພາແຫ່ງຊາດ; ເສີມຂະຫຍາຍບົດບາດຂົວເຊື່ອມຕໍ່ ຂອງບັນດາສະມາຄົມມິດຕະພາບ ແລະ ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ລະຫວ່າງສອງປະເທດຂຶ້ນກວ່າເກົ່າ… ຍູ້ແຮງການຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມ, ໃນນັ້ນມີ ໂຄງການປະຕິບັດຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ນິວຊີແລນ ໄລຍະ 2021-2024.

ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ຢືນຢັນວ່າ: ສຳລັບຄວາມເຄັ່ງຕຶງດ້ານຍຸດທະສາດໃນພາກພື້ນ, ການເຄົາລົບກົດໝາຍສາກົນກໍ່ຄືບັນດາກົດບັນຍັດສາກົນ ແມ່ນໜຶ່ງໃນບັນດາບັນຫາສຳຄັນ ແລະ ຈຳເປັນຕ້ອງສືບຕໍ່ເຈລະຈາ, ໂອ້ລົມສົນທະນານຳກັນເພື່ອແກ້ໄຂ ຢ່າງສັນຕິວິທີ.


top