ຂ່າວສານ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ​ໂປ​ໂລຍ

ຕອນເຊົ້າວັນທີ 17 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ໂປໂລຍ Zbigniew Rau ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ໂປໂລຍ Zbigniew Rau (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ກັບ ໂປໂລຍ. ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຂອບໃຈລັດຖະບານ, ສະພາແຫ່ງຊາດ ໂປໂລຍ ໃນໄລຍະຜ່ານມາທີ່ໄດ້ມອບວັກຊິນເປັນຈຳນວນ ເກືອບ 1,4 ລ້ານໂດສ ແລະ ເຄື່ອງອຸປະກອນການແພດ 8 ໂຕນທີ່ມີມູນຄ່າປະມານ 4 ລ້ານ USD ໃຫ້ແກ່ຫວຽດນາມ ເພື່ອຮັບມືກັບພະຍາດໂຄວິດ - 19.

ເມື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານລັດຖະສະພາ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແລະ ທ່ານ ລັດຖະມົນຕີZbigniew Rau         ມີຄວາມຫວັງຢາກຊຸກຍູ້ການຮ່ວມມືສອງຝ່າຍ, ໃນນັ້ນ ການຮ່ວມມືລັດຖະສະພາໃນໄລຍະຈະມາເຖິງ ຈະບັນລຸໄດ້ບາດກ້າວພັດທະນາຫຼາຍຢ່າງ ແລະ ໝາກຜົນທີ່ດີງາມກ່ວານີ້ອີກ.

ໂດຍກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ ແລະ ພາກພື້ນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແລະ ທ່ານ ລັດຖະມົນຕີ Zbigniew Rau ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ກໍ່ຄືແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.


top