ຂ່າວສານ

ຫວຽດ​ນາມ ຕ້ອງ​ມີ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​​ໄລ​ຍະ​ຍາວ ເພື່ອ​ພັດ​ທະ​ນາ​ຢ່າງ​ແຮງກວ່າ

ພາຍຫຼັງປະຕິບັດການປ່ຽນແປງໃໝ່, ເປີດປະຕູມາໄດ້ເກືອບ 4 ທົດສະວັດ, ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງກວ່າກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ.
ທ່ານ Kamal Malhotra, ອະດີດຜູ້ປະສານງານ ສປຊ ປະຈຳ ຫວຽດນາມ

ເຖິງຢ່າງໃດກໍຕາມ, ຜົນງານທີ່ຜ່ານມາກໍພວມວາງ ຫວຽດນາມ ຢືນຢູ່ຕໍ່ໜ້າປະຕູອັນສຳຄັນເພື່ອຍົກລະດັບການພັດທະນາດ້ວຍຕົນເອງ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Kamal Malhotra, ອະດີດຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຖືວ່າ ບັນດາຜົນປະໂຫຍດ ແລະ ທັງຄວາມສ່ຽງໂດຍປັນຍາປະດິດນຳມາໃນຊຸມປີຈະມາເຖິງ, ທັງປະດິດອອກຫຼາຍເຕັກໂນໂລຢີໃໝ່ ແຕ່ກໍຈະນຳມາເຊິ່ງສິ່ງທ້າທາຍດ້ານເສດຖະກິດ ແລະ ການເມືອງ ໃຫ້ແກ່ ຫວຽດນາມ. ທ່ານຖືວ່າ:

“ຫວຽດນາມ ຢາກກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045 ແລະ ເປັນປະເທດ ພັດທະນາ, ແນ່ນອນວ່າຈະຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີຄວາມມານະພະຍາຍາມກວ່າອີກ. ຫວຽດນາມ ຈະຕ້ອງມີການປະຕິຮູບຢ່າງແຮງກວ່າ, ເລິກເຊິ່ງກວ້າງຂວາງກວ່າ, ເປັນຕົ້ນແມ່ນການປະຕິຮູບລະບົບຕຸລາການ, ລົງທຶນແກ່ແຫຼ່ງຊັບພະຍາກອນມະນຸດ, ພູມປັນຍາ ແລະ ບຳລຸງສ້າງການນຳລຸ້ນໃໝ່ທີ່ມີກຳລັງຄວາມສາມາດນຳພາປະເທດຊາດໃນທຸກແງ່ມູມ.”


top