ຂ່າວສານ

ຫວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ​ຝ​ລັ່ງ​ໂກ​ໂຟ​ນີຄັ້ງ​ທີ XX

ທ່ານ​ ຫງວຽນ​ແມັ້ງ​ເກືອງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ໄດ້ ແລະ ພວມ​ປະ​ສານ​ສົມ​ທົບ​ກັບ​ກຳ​ປູ​ເຈຍ​ຢ່າງ​ແໜ້ນ​ແຟ້ນ, ປະ​ກອບ​ສ່ວນ​ເຂົ້າ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດ, ກໍ່​ຄື​ບັນ​ດາ​ເຫດ​ການ FrancoTech ແລະ ໝູ່​ບ້ານ​ຝ​ລັ່​ງ​ໂກ​ໂຟ​ນີ.
  ທ່ານ​ ຫງວຽນ​ແມັ້ງ​ເກືອງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VNA)  
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຝ​ລັ່ງ​ໂກ​ໂຟ​ນີ​ຄັ້ງ​ທີ 48 ໄດ້​ດຳ​ເນີນ​ໃນ​ວັນ​ທີ 14 ພະ​ຈິກ, ຢູ່​ພະ​ນົມ​ເປັນ, ກຳ​ປູ​ເຈຍ ດ້ວ​ຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ ແລະ ລັດ​ຖະ​ບານ​ສະ​ມາ​ຊິກ, ສະ​ມາ​ຊິກ​ເຊື່ອ​ມຕໍ່ ແລະ ນັກ​ສັງ​ເກດ​ການ​ຂອງ​ອົງ​ການ​ຈັດ​ຕັ້ງ​ຝ​ລັ່ງ​ໂກ​ໂຟ​ນີ(OIF). ໂດຍ​ຕາງ​ໜ້າ​ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ ຫງວຽນ​ແມັ້ງ​ເກືອງ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ໄດ້ ແລະ ພວມ​ປະ​ສານ​ສົມ​ທົບ​ກັບ​ກຳ​ປູ​ເຈຍ​ຢ່າງ​ແໜ້ນ​ແຟ້ນ, ປະ​ກອບ​ສ່ວນ​ເຂົ້າ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດ, ກໍ່​ຄື​ບັນ​ດາ​ເຫດ​ການ FrancoTech ແລະ ໝູ່​ບ້ານ​ຝ​ລັ່​ງ​ໂກ​ໂຟ​ນີ. ຫວຽດ​ນາມ ສະ​ແດງຄວາມ​ຊົມ​ເຊີຍ​ຕໍ່​ຫົວ​ຂໍ້ "ສ້າງ​ການ​ລົງ​ທຶນ​ຄືນ​ໃໝ່​ໃຫ້​ແກ່​ສັນ​ຕິ​ພາບ​ເພື່ອ​ການ​ຄວ​າມ​ວັດ​ທະ​ນາ​ຖາ​ວອນລວມ ແລະ ສະ​ຖຽນ​ລະ​ພາບ​ແບບ​ຍືນ​ຍົງ" ຂອງກອງ​ປ​ະ​ຊຸມ​ສຸດຍອດ ຝ​ລັ່ງ​ໂກ​ໂຟ​ນີ​ຄັ້ງ​ທີ XX ແລະ ສະ​ໜັບ​ສະ​ໜູນ​ຮ່າງ​ຖະ​ແຫຼງ​ການ ພະ​ນົມ​ເປັນ, ຕີ​ລາ​ຄາ​ສູງ​ເລື່ອງ​ອັບ​ເດັດ ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໃນ​ຮ່າງ​ມະ​ຕິວ່າ​ດ້ວຍ​ບັນ​ດາ​ກໍ​ລະ​ນີ​ວິ​ກິດ​ການ, ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ ແລະ ປັບ​ປຸງ​ສັນ​ຕິ​ພາບ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ແມັ້ງ​ເກືອງ ເນັ້ນ​ໜັກ​ວ່າ ຝ​ລັ່ງ​ໂກ​ໂຟ​ນີ ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ, ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ສະ​ກັດ​ກັ້ນ​ວິ​ກິດ​ການ; ຢັ້ງ​ຢືນ​ການ​ເຄົາ​ລົບ​ນັບ​ຖື​ກົດ​ໝາຍ​ສາ​ກົນ ແລະ ກົດ​ໝາຍ ສ​ປ​ຊ​ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ສັນ​ຕິ​ພາບ​ແບບ​ຍືນ​ຍົງ.

top