ຂ່າວສານ

ຫວຽດ​ນາມ ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ ພ້ອມກັ​ບປະ​ຊາ​ຄົມ​ສາ​ກົນ

ກະຊວງການຕ່າງປະເທດ ຫວຽດນາມ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ຫາກໍສົມທົບກັນຈັດຕັ້ງກອງປະຊຸມສຳມະນາປຶກສາຫາລືກ່ຽວກັບຮ່າງບົດລາຍງານກາງສະໄໝ ຄັ້ງທີ 2 ກ່ຽວກັບຄວາມສະໝັກໃຈປະຕິບັດຄຳສະເໜີແນະຂອງ ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນ III ຂອງ ຫວຽດນາມ. ເລື່ອງສະໝັກໃຈເຮັດບົດລາຍງານກາງສະໄໝກ່ຽວກັບການປະຕິບັດສະເໜີຄຳແນະນຳຂອງ ກົນໄກ UPR ພ້ອມກັບການສະໝັກເລືອກຕັ້ງເຂົ້າໃນສະພາສິດທິມະນຸດ ສປຊ ອາຍຸການ 2023 - 2025 ເປັນການຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ເຂົ້າຮ່ວມກົນໄກ UPR ຢ່າງຄົບຖ້ວນ ແລະ ຢາກປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນກວ່າເຂົ້າໃນຄວາມມານະພະຍາຍາມລວມ ຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໂລກ. 

ກອງປະຊຸມສຳມະນາປຶກສາຫາລືກ່ຽວກັບຮ່າງບົດລາຍງານກາງສະໄໝ ຄັ້ງທີ 2 ກ່ຽວກັບຄວາມສະໝັກໃຈປະຕິບັດຄຳສະເໜີແນະຂອງ ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນ III ຂອງ ຫວຽດນາມ (ພາບ: dangcongsan.vn)

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍ, ກຳລັງໜູນສຳຄັນທີ່ສຸດຂອງປະເທດຊາດ, ເຊິ່ງໄດ້ລະບຸຢ່າງຈະແຈ້ງໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ໃນນັ້ນ, ຫວຽດນາມ ໄດ້ວາງອອກວິໄສທັດຮອດປີ 2025 ແມ່ນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ຫຼຸດພົ້ນອອກຈາກລະດັບລາຍຮັບປານກາງຕ່ຳ; ຮອດປີ 2030, ເປັນປະເທດພວມພັດທະນາມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ວິໄສທັດດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງທັງລະບົບການເມືອງ ທີ່ມີຕໍ່ເປົ້າໝາຍພັດທະນາປະເທດຊາດ, ຄວາມຕັດສິນໃຈຢ່າງແຮງໃນການສືບຕໍ່ກໍ່ສ້າງ ແລະ ປັບປຸງລະບອບລະບຽບການລັດແຫ່ງອຳນາດນິຕິບັນຍັດໃຫ້ສົມບູນ ດ້ວຍນະໂຍບາຍຖືເອົາປະຊາຊົນເປັນພາກສ່ວນສຳຄັນ, ເປັນໃຈກາງ, ເພື່ອຄວາມກ້າວໜ້າ, ຍຸຕິທຳໃນສັງຄົມ, ຄຸນຄ່າວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ໄປຄຽງຄູ່ກັບການພັດທະນາແບບຍືນຍົງ ແລະ ກວມລວມ ແນໃສ່ຍົກສູງຊີວິດການເປັນຢູ່, ສິດຊົມໃຊ້ຂອງປະຊາຊົນ, ຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ ຫວຽດນາມ. ແຜນນະໂຍບາຍດັ່ງກ່າວ ກໍໄດ້ສະແດງອອກຢ່າງຈະແຈ້ງໃນບົດກ່າວປາໄສຫຼ້າສຸດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ວ່າ: “ບໍ່ເສຍສະຫຼະການຮັບປະກັນສັງຄົມ, ສິ່ງແວດລ້ອມ, ຄວາມກ້າວໜ້າ ແລະ ຍຸຕິທຳເພື່ອແລ່ນຕາມການເຕີບໂຕເສດຖະກິດແຕ່ຢ່າງດຽວ; ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນເກືອບ 100 ລ້ານຄົນໃຫ້ມີຊີວິດທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກ, ມີປະຊາທິປະໄຕ, ມີຊີວິດທີ່ສະຫງົບສຸກ, ມີຄວາມສະຫງົບ, ຄວາມປອດໄພ, ປະຊາຊົນຢູ່ເຢັນເປັນສຸກ ນັ້ນແມ່ນສິ່ງທີ່ສຳຄັນທີ່ສຸດ”.

ໂດຍປະຕິບັດແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນກັບສາກົນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມໄດ້ ແລະ ພວມຕັ້ງຫນ້າເຂົ້າຮ່ວມວິວັດການຮ່ວມມືສາກົນ, ພາກພື້ນ, ຫລາຍຝ່າຍ ແລະ ສອງຝ່າຍ ໃນຫລາຍຂົງເຂດ, ໃນນັ້ນ ມີການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ກ່ຽວກັບການພົວພັນສອງຝ່າຍ, ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການຮ່ວມມື ແລະ ການຕ່າງປະເທດ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ປະສົບການ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຫນູນຊ່ວຍຍົກສູງກຳລັງຄວາມສາມາດເພື່ອປະຕິບັດການຮັບປະກັນສິດທິມະນຸດຢູ່ ຫວຽດນາມ ແລະ ບັນດາປະເທດກ່ຽວຂ້ອງໃຫ້ເປັນຢ່າງດີກວ່າ. ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມໄດ້ມີການປະກອບສ່ວນຢ່າງແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນ ອາຊຽນ ກ່ຽວກັບສິດທິມະນຸດ ພິເສດແມ່ນ ໃນວິວັດການສ້າງກົດບັດ ແລະ ປະຊາຄົມ ອາຊຽນ, ຖະແຫລການສິດທິມະນຸດ ອາຊຽນ, ສ້າງ ກົນໄກ ແລະ ການເຄື່ອນໄຫວຂອງ ອາຊຽນທີ່ກ່ຽວຂ້ອງເຖິງ ສິດທິມະນຸດ.

ແຕ່ກ່ອນມາຮອດປະຈຸບັນ ຫວຽດນາມຍາມໃດກໍ່ຖື ບົດບາດ ແລະບັນດາການປະກອບສ່ວນຂອງສະພາສິດທິມະນຸດ ສປຊ ໃນການຊຸກຍູ້ປະຕິບັດບັນດາສິດທິມະນຸດໃນໂລກ. ໄລຍະຜ່ານມາ, ຍາມໃດຫວຽດນາມ ກໍ່ເຂົ້າຮ່ວມຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງສະພາສິດທິມະນຸດ ພິເສດໃນໄລຍະເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2014 – 2016. ທີ່ສະພາສິດທິມະນຸດ, ຫວຽດນາມໄດ້ຍົກສູງ ແລະ ຊຸກຍູ້ຈິດໃຈຮ່ວມມື, ເຈລະຈາ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ເພື່ອຮັດແຄບຄວາມແຕກໂຕນ, ຊອກຫາມາດຕະການທີ່ມີປະສິດທິຜົນ, ຍືນຍົງ ສຳລັບບັນດາສິ່ງທ້າທາຍກ່ຽວກັບສິດທິມະນຸດ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ເພື່ອສືບທອດຄວາມມານະພະຍາຍາມນັ້ນ,ລັດຖະບານ ຫວຽດນາມໄດ້ຕົກລົງສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ດ້ວຍຄວາມປາດຖະຫນາຢາກປະກອບສ່ວນຕັ້ງຫນ້າ, ມີຄວາມຮັບຜິດຊອບ ແລະມີປະສິທິຜົນກວ່າເຂົ້າໃນຄວາມມານະພະຍາຍາມລວມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໂລກ.ຫວຽດນາມກໍ່ມີຄຳໝັ້ນສັນຍາຕໍ່ກັບປະຊາຄົມສາກົນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ມານະພະຍາຍາມເພື່ອປົກປ້ອງບັນດາຄຸນຄ່າກວມລວມກ່ຽວກັບສິດທິມະນຸດ, ຍົກສູງຄວາມມານະພະຍາຍາມຂອງສປຊ, ຂອງບັນດາກົນໄກ ສປຊ ກ່ຽວກັບການຊຸກຍູ້ການປົກປ້ອງມະນຸດໃນທົ່ວໂລກ ກວ່າອີກ.

ຮ່ວມແຮງຮ່ວມໃຈກັບໂລກ ດ້ວຍບັນດາການເຄື່ອນໄຫວຢູ່ໃນໄລຍະປະຈຸບັນ ແລະໃນອະນາຄົດ. ຫວຽດນາມໄດ້, ພວມ ແລະຈະຕັ້ງຫນ້າປະກອບສ່ວນເຂົ້າໃນວຽກງານລວມຂອງສະພາສິດທິມະນຸດ ສປຊ ຕາມທິດຍົກສູງປະສິດທິຜົນ,ໂປ່ງໃສ, ພາວະວິໄສ,ດຸ່ນດ່ຽງ, ບົນຈິດໃຈການເຈລະຈາ, ຮ່ວມມື,ສະເຫມີພາບ ແລະເຄົາລົບເຊິ່ງກັນ ແລະກັນ, ເພື່ອຮັບປະກັນວ່າ ປະຊາຊົນແຕ່ລະຄົນໃນໂລກ ລ້ວນແຕ່ໄດ້ຊົມໃຊ້ສິດທິມະນຸດຢ່າງສຸດຂີດ.

(ແຫຼ່ງຄັດຈາກ VOV)


top