ຂ່າວສານ

ຫວຽດ​ນາມ ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ, ສ້າງ​ຕັ້ງ​ຄືນ​ໃໝ່ ແລະ ພັດ​ທະ​ນາ

ວັນທີ 08 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ “ຊຸກຍູ້ໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ໂດຍຜ່ານການພົວພັນຄູ່ຮ່ວມມື: ເຂົ້າຮ່ວມ ແລະ ເຊື່ອມໂຍງກ່ຽວກັບເສດຖະກິດຂອງແມ່ຍິງ ເໝືອນດັ່ງປັດໄຈຫຼັກແຫຼ່ງແກ່ນສານເພື່ອສ້າງສັນຕິພາບ”.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: baoquocte.vn)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ເພີ່ມທະວີບັນດາໂຄງການ ແລະ ການເຄື່ອນໄຫວຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງຢູ່ຂັ້ນທ້ອງຖິ່ນ ແລະ ລະດັບຊາດ ກໍຄືສາກົນ ເພື່ອຊຸກຍູ້ກຳລັງຄວາມສາມາດສ້າງສັນຕິພາບແບບຍືນຍົງ ແລະ ມອບສິດເສດຖະກິດໃຫ້ແມ່ຍິງ. ພ້ອມດຽວກັນນັ້ນ, ຄວນເພີ່ມທະວີການພົວພັນຄູ່ຮ່ວມມື ລະຫວ່າງພາກລັດ - ພາກເອກະຊົນ ກໍຄື ລະຫວ່າງ ສປຊ, ບັນດາປະເທດສະມາຊິກ ແລະ ອົງການບໍ່ຂຶ້ນກັບລັດຖະບານໃນການແບ່ງປັນບົດຮຽນປະສົບການ, ລະດົມແຫຼ່ງກຳລັງ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບການຍົກສູງບົດບາດ ແລະ ສິດທິຂອງແມ່ຍິງເວົ້າລວມ, ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງສາກົນເວົ້າສະເພາະ; ພ້ອມທັງໃຫ້ຮູ້ວ່າ ປັດຈຸບັນ ແມ່ຍິງ ຫວຽດນາມ ໄດ້ດຳລົງຫຼາຍຕຳແໜ່ງການນຳຂອງລັດ, ປະກອບສ່ວນສຳຄັນເຂົ້າໃນຂົງເຂດເສດຖະກິດ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນຫາສາກົນ, ໃນນັ້ນມີການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຢູ່ ສປຊ.     

(ແຫຼ່ງຄັດຈາກ VOV)

top