ຂ່າວສານ

ຫວຽດ​ນາມ ຍົກ​ສູງວິ​ວັດ​ທະ​ນາ​ການ​ສົ່ງ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ

ວິວັດການສົ່ງຕໍ່ແມ່ນໄລຍະເວລາສຳຄັນທີ່ສຸດ, ເຊິ່ງສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄວາມພ້ອມຂອງບັນດາປະເທດ ພາຍຫຼັງການປະທະກັນ ມຸ່ງໄປເຖິງການສ້າງສັນຕິພາບແບບຍືນຍົງ, ຍາວນານ. 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: ນັກຂ່າວ VOV  ປະຈໍາ ອາເມລິກາ)

ວັນທີ 8 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືເປີດ ກ່ຽວກັບວິວັດທະນາການສົ່ງຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານອະດີດປະທານາທິບໍດີ ລີເບເຣຍ Ellen Johnson Sirleaf.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ວິວັດການສົ່ງຕໍ່ແມ່ນໄລຍະເວລາສຳຄັນທີ່ສຸດ, ເຊິ່ງສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄວາມພ້ອມຂອງບັນດາປະເທດ ພາຍຫຼັງການປະທະກັນ ມຸ່ງໄປເຖິງການສ້າງສັນຕິພາບແບບຍືນຍົງ, ຍາວນານ. ແຕ່ເຖິງຢ່າງໃດກໍຕາມ ກໍຈະນຳມາເຊິ່ງສິ່ງທ້າທາຍ ກໍຄືຫຼຸດຜ່ອນແຫຼ່ງກຳລັງສາກົນ, ເຮັດໃຫ້ເສດຖະກິດ - ສັງຄົມຂາດສະຖຽນລະພາບ, ຂາດການພັດທະນາ ແລະ ເຫດຜົນທີ່ເຮັດໃຫ້ການປະທະກັນຄົງຕົວ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ກໍຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການປຶກສາຫາລືກ່ຽວກັບຫົວຂໍ້ນີ້ ແນໃສ່ການຮັບປະກັນວິວັດທະນາການສົ່ງຕໍ່ໃຫ້ມີປະສິດທິຜົນ ແລະ ປະສົບຜົນສຳເລັດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງບັນດາປະເທດ ແລະ ປະຊາຊົນ.

(ແຫຼ່ງຄັດຈາກ VOV)


top