ຂ່າວສານ

ຫວຽດ​ນາມ ຍູ້​ແຮງ​ການ​ຮ່ວມ​ມື​ສົ່ງ​ເສີມ​ການ​ຄ້າ​ໃນ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ

ການລົງນາມໃນຂໍ້ຕົກລົງຮ່ວມມື ແມ່ນຂີດໝາຍສຳຄັນຊຸກຍູ້ການຮ່ວມມືຄົ້ນຄວ້າ ແລະ ຜັນຂະຫຍາຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ສົ່ງອອກສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດ ໄປຍັງຕະຫຼາດສະຫະພາບເອີຣົບ (EU) ຢ່າງມີປະສິດທິຜົນ.
  ພິທີລົງນາມ   

ຕອນບ່າຍວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກັບ ອົງການນັກຊ່ຽວຊານຂັ້ນສູງ ໂຮນລັງ ແລະ ສູນການຄ້າເອເລັກໂຕນິກ MISSLING, ເຊິ່ງເປັນໜຶ່ງໃນບັນດາສູນການຄ້າ B2B ຢູ່ ໂຮນລັງ.

ການລົງນາມໃນຂໍ້ຕົກລົງຮ່ວມມື ແມ່ນຂີດໝາຍສຳຄັນຊຸກຍູ້ການຮ່ວມມືຄົ້ນຄວ້າ ແລະ ຜັນຂະຫຍາຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ສົ່ງອອກສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດ ໄປຍັງຕະຫຼາດສະຫະພາບເອີຣົບ (EU) ຢ່າງມີປະສິດທິຜົນ. ພ້ອມທັງ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ທີ່ເຄື່ອນໄຫວຢູ່ ຫວຽດນາມ ເຂົ້າຮ່ວມກິດຈະກຳສົ່ງເສີມການສົ່ງອອກຜ່ານສະພາບແວດລ້ອມດີຈີຕອນຢ່າງມີປະສິດທິຜົນ, ເຊື່ອມຕໍ່ການແລກປ່ຽນການຄ້າກັບວິສາຫະກິດ ໂຮນລັງ, ປະກອບສ່ວນນຳເຄື່ອງໝາຍການຄ້າ, ຜະລິດຕະພັນຂອງວິສາຫະກິດ ຫວຽດນາມ ໄດ້ສຳຜັດ ແລະ ມີຈຸດຢືນທີ່ໝັ້ນຄົງໃນຕະຫຼາດໂລກ.

ໃນໄລຍະຈະມາເຖິງ, ກົມສົ່ງເສີມການຄ້າ ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບອົງການ, ວິສາຫະກິດ, ອົງການຈັດຕັ້ງໃນຂົງເຂດໃຫ້ຄຳປຶກສາ ແລະ ມີທ່າແຮງກ່ຽວກັບການຫັນເປັນດີຈີຕອນ ເພື່ອແນໃສ່ຊຸກຍູ້ການສົ່ງອອກສິນຄ້າ ຫວຽດນາມ.

 


top