ຂ່າວສານ

ຫວຽດ​ນາມ ຍູ້​ແຮງ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ຢູ່ ງານ​ຕະຫຼາດ​ນັດ ຈີນ - ອ​າ​ຊຽ​

ເກືອບ 100 ວິ​ສາ​ຫະ​ກິດ ຫວຽດນາມ ໄດ້​ຢັ້ງ​ຢືນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ໃນ​ນັ້ນ​ມີຫຼາຍ​ເຄື່ອງ​ໝາຍ​ການ​ຄ້າ ແລະ ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຄື: ກຸ່ມ​ບໍ​ລິ​ສັດ ຈຸງ​ງວຽນ, ກຸ່ມ​ບໍ​ລິ​ສັດ TH, ກາ​ເຟ​ໄຊ​ງ່ອນ ແລະ ເກີບ​ບິ່ງ​ຕຽນ.
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ແນະ​ນຳ​ງານ​ຕະຫຼາດ​ນັດ ຈີນ - ອາ​ຊຽນ ຄັ້ງ​ທີ 23 ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ ຈີນ ອາ​ຊຽນ (ພາບ: VNA)
ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ຂອບ​ຂະ​ໜາດໃຫຍ່​​ໃນ​ການເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ ຈີນ - ອາ​ຊຽນ (CAEXPO) ຄັ້ງ​ທີ 23 (17 – 21 ກັນ​ຍາ), ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ກັບ​ຈີນ ກໍ່​ຄື​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ. ຕາມ​ກອງ​ເລ​ຂາ​CAEXPO ແລ້ວ, ຫວຽດ​ນາມ ສືບ​ຕໍ່​ໝູນ​ໃຊ້​ຮູບ​ແບບ​ ເຊົ່າເຂດ​ວາງ​ສະ​ແດງ​ດ້ວຍ​ເນື້ອ​ທີ​ທັງ​ໝົດ​ປະ​ມານ 3.000 ຕາ​ແມັດ, ລວມ​ມີ​ຮ້ານ​ວາງ​ສະ​ແດງ 170 ຮ້ານ. ດ້ວຍ​ຂອບ​ຂະ​ໜາດ​ນີ້, ຫວຽດ​ນາມ ນອນ​ໃນ​ຈຳ​ນວນ​ປະ​ເທດ ອາ​ຊຽນ ທີ່​ມີ​ເນື້ອ​ທີ​ວາງ​ສະ​ແດງ​ໃຫຍ່​ທີ່​ສຸດ​ຢູ່​ງານ​ວາງ​ສະ​ແດງ​ປີ​ນີ້. ເກືອບ 100 ວິ​ສາ​ຫະ​ກິດ ຫວຽດນາມ ໄດ້​ຢັ້ງ​ຢືນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ໃນ​ນັ້ນ​ມີຫຼາຍ​ເຄື່ອງ​ໝາຍ​ການ​ຄ້າ ແລະ ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຄື: ກຸ່ມ​ບໍ​ລິ​ສັດ ຈຸງ​ງວຽນ, ກຸ່ມ​ບໍ​ລິ​ສັດ TH, ກາ​ເຟ​ໄຊ​ງ່ອນ ແລະ ເກີບ​ບິ່ງ​ຕຽນ. ບັນ​ດາ​ຜະ​ລິດ​ຕະ​ພັນ​ວາງ​ສະ​ແດງ​ສຸມ​ໃສ່​ໝວດ​ສິນ​ຄ້າ​​ທີ່​ມີ​​ທ່າ​ແຮງ​ຂອງ ຫວຽດ​ນາມ ຄື​ອາ​ຫານ, ເຄື່ອງ​ດື່ມ, ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ຫັດ​ຖຸ​ກຳ​ສິ​ລະ​ປະກຳ ແລະ ສິນ​ຄ້າບໍ​ລິ​ໂພກ.

top