ຕອນບ່າຍວັນທີ 06 ມີນາ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ແລະ ທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ (ພາບ: ກະຊວງການຕ່າງປະເທດ)
ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການຮ່ວມມືກັບປະຊາຄົມ ຝລັ່ງ ໂກໂຟນີ ແລະ ສະແດງຄວາມປິຕິຊົມຊື່ນເມື່ອເຫັນສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ - ປະຊາຄົມ ຝລັ່ງ ໂກໂຟນີ ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ. ທ່ານລັດຖະມົນຕີເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງ ໂກໂຟນີ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມຝລັ່ງ ໂກໂຟນີ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ບັນດາປະເທດສະມາຊິກ ແລະ ໃນໂລກ. ທ່ານລັດຖະມົນຕີກໍສະເໜີໃຫ້ອົງການສາກົນ ຝລັ່ງ ໂກໂຟນີ (OIF) ເພີ່ມທະວີເສົາຄ້ຳຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ ໜູນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາສະມາຊິກຝລັ່ງ ໂກໂຟນີ ກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ, ຮ່ວມມືກັບບັນດາປະເທດ ອາຟະລິກາ ທີ່ເປັນສະມາຊິກຂອງ ຝລັ່ງ ໂກໂຟນີ, ປັບປຸງການສອນພາສາ ຝລັ່ງ ຢູ່ ຫວຽດນາມ.
ທ່ານນາງເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ Louise Mushikiwabo ຢັ້ງຢືນວ່າ ຈະພ້ອມກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ ເພີ່ມທະວີການຮ່ວມມື, ຄວາມສາມັກຄີເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນ.