ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບ ອາເມລິກາ ກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈບົນຈິດໃຈກົງໄປກົງມາ, ເປີດເຜີຍ ແລະ ເຄົາລົບເຊິ່ງກັນແລະກັນ ກ່ຽວກັບບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ.
ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ

ວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ວ່າ ປະຕິກິລິຍາຂອງ ຫວຽດນາມ ຕໍ່ບົດລາຍງານສິດເສລີໃນການເຊື່ອຖືສາສະໜາສາກົນ 2022 ຂອງກະຊວງການຕ່າງປະເທດອາເມລິກາ ແລະ ບົດລາຍງານປະຈຳປີກ່ຽວກັບສະພາບການຄວາມເສລີໃນການເຊື່ອຖືສາສະໜາສາກົນ 2022 ຂອງຄະນະກຳມະການອາເມລິກາ ກ່ຽວກັບສິດເສລີໃນການເຊື່ອຖືສາສະໜາ ສາກົນ (USCIRF), ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ຊີ້ແຈ້ງວ່າ ລັດ ຫວຽດນາມ ຍາມໃດກໍ່ປະຕິບັດ ນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຢ່າງສະເໝີຕົ້ນສະເໝີປາຍ, ມີສິດເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາຂອງ ປະຊາຊົນ, ຮັບປະກັນຄວາມສະເໝີພາບ, ບໍ່ຈຳແນກການປະພຶດຍ້ອນສາຍເຫດສາສະໜາ, ປົກປ້ອງການເຄື່ອນໄຫວຂອງບັນດາອົງການສາສະໜາດ້ວຍກົດໝາຍ.

ຕາມທ່ານນາງ ຟ້າມທູຮັ່ງ ແລ້ວ, ບົດລາຍງານສອງສະບັບດັ່ງກ່າວ ເຖິງວ່າໄດ້ຢັ້ງຢືນບາງຄວາມກ້າວໜ້າຂອງ ຫວຽດນາມ ໃນການຊຸກຍູ້ສາສະໜາ ແລະ ຄັດສະເໜີບາງຂໍ້ມູນຢ່າງເປັນທາງການຂອງບັນດາອົງການຂຶ້ນກັບລັດຖະບານ ຫວຽດນາມ, ແຕ່ຍັງຍົກອອກບັນດາຂໍ້ສັງເກດທີ່ຂາດພາວະວິໄສໂດຍອີງຕາມຂໍ້ມູນທີ່ບໍ່ເປັນທາງການ ແລະ ບໍ່ຊັດເຈນກ່ຽວກັບສະພາບຕົວຈິງຢູ່ ຫວຽດນາມ.  ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບ ອາເມລິກາ ກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈບົນຈິດໃຈກົງໄປກົງມາ, ເປີດເຜີຍ ແລະ ເຄົາລົບເຊິ່ງກັນແລະກັນ ກ່ຽວກັບບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດ.

 


top