ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ CPP ແລະ ຖືເປັນສຳຄັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານນາງ Men Sam On ຮອງປະທານພັກປະຊາຊົນກຳປູເຈຍ (CPP), ຜູ້ຕາງໜ້າປະທານພັກ CPP Hun Sen (ພາບ: TTXVN)
ຕອນບ່າຍວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານນາງ Men Sam On ຮອງປະທານພັກປະຊາຊົນກຳປູເຈຍ (CPP), ຜູ້ຕາງໜ້າປະທານພັກ CPP Hun Sen ມາອວຍພອນຜົສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ CPP ແລະ ຖືເປັນສຳຄັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ແບ່ງປັນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽ,ນາມ ເມື່ອພິຈາລະນາບັນດາບັນຫາສາກົນ ໄດ້ຊີ້ແຈ້ງວ່າສືບຕໍ່ສ້າງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ກັບ ກຳປູເຈຍ ມີຄວາມໝາຍຍຸດທະສາດ, ສຳຄັນທີ່ສຸດ ຕໍ່ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ ກໍ່ຄືສຳລັບສັນຕິພາບ, ການຮ່ວມມືໃນພາກພື້ນ ແລະ ໂລກ.
ສ່ວນທ່ານນາງ Men Sam On, ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາດ້ວຍວິໄສທັດຍາວໄກຂອງທ່ານເລຂາທິການໃຫຍ່ ໂຕເລິມ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະປະຕິບັດສຳເລັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.