ຂ່າວສານ

ຫວຽດ​ນາມ ຍັງ​ເປັນ​ປະ​ເທດ​ທີ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​​ຈາກວິ​ສາ​ຫະ​ກິດ​ເອີ​ຣົບ ຢ່າງ​ແຮງ

ຕາມບົດລາຍງານ ດັດຊະນີສະພາບແວດລ້ອມດຳເນີນທຸລະກິດ (BCI) ສະບັບຫຼ້າສຸດ ໂດຍສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ແລະ Decision Lab ປະຕິບັດ, ການນຳບັນດາວິສາຫະກິດ ເອີຣົບ ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ມີການປົວແປງດີຂຶ້ນ.
(ພາບປະກອບ: TTXVN)
ດັດຊະນີສະພາບແວດລ້ອມດຳເນີນທຸລະກິດ (BCI) ໄດ້ຮັບຖືວ່າ ແມ່ນໄມ້ວັດແທກແຖວໜ້າເພື່ອໃຫ້ປະຊາຄົມວິສາຫະກິດ ແລະ ນັກລົງທຶນ ເອີຣົບ ມີຄວາມເຂົ້າໃຈກວ່າກ່ຽວກັບຕະຫຼາດ ຫວຽດນາມ. ການສຳຫຼວດປະຈຳໄຕມາດ ແມ່ນການສັງລວມທຸກການສ່ອງແສງຈາກຕາໜ່າງທີ່ກວ້າງໃຫຍ່ດ້ວຍສະມາຊິກ 1.300 ແຫ່ງຂອງ EuroCham ຫວຽດນາມ, ເຊິ່ງເປັນຕົວແທນໃຫ້ຂົງເຂດເກືອບທັງໝົດໃນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງປະເທດ. ຕາມບົດລາຍງານແລ້ວ, ບັນດາວິສາຫະກິດເອີຣົບ ສືບຕໍ່ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງແມ່ນປະເທດທີ່ດຶງດູດເງິນລົງທຶນ FDI ຢ່າງແຮງ, ດ້ວຍກວ່າ 3% ການນຳຖືວ່າ ຫວຽດນາມ ແມ່ນໜຶ່ງໃນ 3 ຈຸດສຸມລົງທຶນຂອງເຂົາເຈົ້າໃນທົ່ວໂລກ. ເບິ່ງລວມແລ້ວ, 36% ຜູ້ເຂົ້າຮ່ວມການສຳຫຼວດ ໄດ້ຈັດ ຫວຽດນາມ ຢືນອັນດັບໜຶ່ງ, ນອນໃນ ກຸ່ມ 3 ຫຼື ກຸ່ມ 5 ປະເທດລົງທຶນແຖວໜ້າຂອງເຂົາເຈົ້າໃນຂອບເຂດທົ່ວໂລກ.

top