ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ຄວາມ​ສ​ະ​ເໝີ​ພາບ​ລະ​ຫວ່າງ ຍິງ - ຊາຍ ແລະ ປົກ​ປ້ອງ​ສິດ​ຂອງ​ແມ່​ຍິງ ແລະ ເດັກ

ອາຊຽນ ຢາກເພີ່ມທະວີການຮ່ວມມືກັບ ສປຊ, ເພື່ອແນໃສ່ບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງທັງໝົດ.
  ແມ່ຍິງ ອິນໂດເນເຊຍ (ພາບ: THX/TTXVN)  

ທ່ານນາງ Bintang Puspayoga, ລັດຖະມົນຕີ ມອບສິດໃຫ້ແມ່ຍິງ ແລະ ປົກປ້ອງເດັກ ອິນໂດເນເຊຍ ຕາງໜ້າ ໃຫ້ ອາຊຽນ, ເຊິ່ງເປັນປະເທດປະທານ ອາຊຽນ ໃນປີນີ້ ໄດ້ຢັ້ງຢືນວ່າ: ອາຊຽນ ຢາກເພີ່ມທະວີການຮ່ວມມືກັບ ສປຊ, ເພື່ອແນໃສ່ບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງທັງໝົດ.

ໃນວັນທີ 8 ມີນາ, ກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ຄັ້ງທີ 67 ຂອງ ຄະນະກຳມະການ ຖານະບົດບາດຂອງແມ່ຍິງ (CSW) ໄດ້ຈັດຂຶ້ນຢູ່ນະຄອນ ນິວຢອກ, ອາເມລິກາ ແຕ່ວັນທີ 6 – 17 ມີນາ, ທ່ານນາງ ໃຫ້ຮູ້ວ່າ ອາຊຽນ ຊົມເຊີຍເລື່ອງກອງປະຊຸມດັ່ງກ່າວຖືກຈັດຂຶ້ນດ້ວຍຫົວຂໍ້ “ປ່ຽນແປງໃໝ່ ແລະ ປ່ຽນແປງເຕັກໂນໂລຢີ ແລະ ການສຶກສາ ໃນສັງກາດດີຈີຕອນ ເພື່ອແນໃສ່ບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ”. ຕາມທ່ານນາງແລ້ວ, ກອງປະຊຸມນີ້ ແມ່ນໂອກາດແບ່ງປັນກ່ຽວກັບຄວາມກ້າວໜ້າ ແລະ ສິ່ງທ້າທາຍໃນການບັນລຸໄດ້ຄວາມສະເໝີພາບລະຫວ່າງລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ຍິງ ກໍຄືເດັກຍິງທຸກຄົນໃນສັງກາດດີຈີຕອນ.

 


top