ຂ່າວສານ

ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາ​ດ​ຮ່ວມ​ມື​ກັບ​ທ້ອ​ງ​ຖິ່ນ​ຕ່າງໆ​ຂອງ​ ເມັກ​ຊີ​ໂກ

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນຳ ໃຫ້ຮູ້ວ່າ ການພົວພັນລະຫວ່າງສອງປະເທດ ພວມໄດ້ຮັບການຍູ້ແຮງໃນທຸກຂົງເຂດ; ພ້ອມທັງຢັ້ງຢືນວ່າ ການພົວພັນແລກປ່ຽນການຄ້າລະຫວ່າງສອງປະເທດ ຈະສືບຕໍ່ເຕີບໂຕຢ່າງແຮງ ເມື່ອສອງປະເທດລ້ວນແຕ່ແມ່ນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP).
  ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)  

ນຂອບເຂດການເຄື່ອນໄຫວເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບທ້ອງຖິ່ນຕ່າງໆຂອງ ເມັກຊີໂກ, ແຕ່ວັນທີ 14 – 17 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ຫງວຽນແຮວ່ງນຳ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຊິກລັດຖະສະພາ, ກະຊວງພັດທະນາເສດຖະກິດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ອຳນາດການປົກຄອງນະຄອນ ໂອຊາກາ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນຳ ໄດ້ຍົກໃຫ້ເຫັນຢ່າງເດັ່ນຊັດ ກ່ຽວກັບຜົນງານທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃນໄລຍະ 36 ກວ່າປີແຫ່ງການປ່ຽນແປງໃໝ່ຂອງ ຫວຽດນາມ. ກ່ຽວຂ້ອງເຖິງການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ເມັກຊີໂກ, ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນຳ ໃຫ້ຮູ້ວ່າ ການພົວພັນລະຫວ່າງສອງປະເທດ ພວມໄດ້ຮັບການຍູ້ແຮງໃນທຸກຂົງເຂດ; ພ້ອມທັງຢັ້ງຢືນວ່າ ການພົວພັນແລກປ່ຽນການຄ້າລະຫວ່າງສອງປະເທດ ຈະສືບຕໍ່ເຕີບໂຕຢ່າງແຮງ ເມື່ອສອງປະເທດລ້ວນແຕ່ແມ່ນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ທ່ານສະເໜີໃຫ້ບັນດາທ່ານສະມາຊິກລັດຖະສະພາ, ການນຳບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງລັດ ໂອຊາກາ ຄົ້ນຄວ້າ, ຊຸກຍູ້ການສົມທົບກັບ ຫວຽດນາມ ເພື່ອສ້າງກົນໄກຮ່ວມມື, ລົງນາມໃນຂໍ້ຕົກລົງສ້າງເງື່ອນໄຂສະດວກແກ່ການສົ່ງອອກ, ນຳເຂົ້າຜະລິດຕະພັນທີ່ເປັນທ່າແຮງຂອງສອງຝ່າຍ.

ສ່ວນການນຳບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງນະຄອນ ໂອຊາກາ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຄະນະວິສາຫະກິດ, ທ້ອງຖິ່ນຕ່າງໆ ໄປຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ພ້ອມທັງເຫັນດີເປັນເອກະພາບ ຈະຊ່ວຍເຫຼືອສະຖານທູດ ຫວຽດນາມ ຈັດການເຄື່ອນໄຫວດ້ານເສດຖະກິດ, ວັດທະນະທຳ ຫວຽດນາມ ຢູ່ ໂອຊາກາ ໃນໄລຍະຈະມາເຖິງ.

 


top