ຂ່າວສານ

ຫວຽດ​ນາມ - ຈີນ ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິ​ດ​ຕະ​ພາບ

ການພົວພັນ ຫວຽດນາມ - ຈີນບົນເສັ້ນຊາຍແດນທາງບົກໃນຊຸມປີຜ່ານມາສືບຕໍ່ໄດ້ຮັບການປັບປຸງ ຕາມທິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. ບົນພື້ນຖານບັນດາເອກະສານດ້ານນິຕິກຳ ພ້ອມກັບບັນດາກົນໄກຮ່ວມມືຢ່າງແທດຈິງຄື ໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ, ສອງປະເທດພວມເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ຊຸກຍູ້ການພັດທະນາ ແລະ ຄວາມສະໜິດຕິດພັນປະຊາຊົນເຂດຊາຍແດນ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຍາວນານ.
  ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງສອງປະເທດ ຫວຽດນາມ ແລະ ຈີນ (ພາບ: VOV5)  

ຫວຽດນາມ - ຈີນ ມີຊາຍແດນທາງບົກຕິດຈອດກັນທັງ ແລະ ເຂດທະເລ, ໃນນັ້ນ ເສັ້ນຊາຍແດນທາງບົກຍາວປະມານ 1.449 ກີໂລແມັດ, ໄປຜ່ານບັນດາແຂວງຂອງ ຫວຽດນາມ ລວມມີ: ກວ໋າງນິງ, ລ້າງເຊີນ, ກາວບັ່ງ, ຕວຽນກວາງ, ລາວກາຍ, ລາຍເຈົາ ແລະ ດຽນບຽນ; ຕິດກັບເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ແຂວງກວ໋າງຊີ ແລະ ແຂວງຢູນໜານ ຂອງຈີນ. ນີ້ແມ່ນເຂດຊາຍແດນທີ່ມີຄວາມໝາຍສຳຄັນພິເສດ ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກໍ່ຄືການພັດທະນາເສດຖະກິດ ແລະ ພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ.

ພື້ນຖານນິຕິກຳອັນໝັ້ນແກ່ນໃຫ້ແກ່ເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ

ເພື່ອມີເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບຄືໃນປັດຈຸບັນ, ຫວຽດນາມ ແລະ ຈີນ ໄດ້ຜ່ານຜ່າວິວັດການເຈລະຈາທີ່ແກ່ຍາວກວ່າ 30 ປີ, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບເງື່ອນໄຂທາງທຳມະຊາດ, ເຕັກນິກ ກໍ່ຄືບັນດາບັນຫາທາງດ້ານປະຫວັດສາດ. 

ສົນທິສັນຍາຊາຍແຊາທາງບົກ ໂດຍສອງປະເທດລົງນາມໃນວັນທີ 30 ທັນວາ 1999 ແລະ ມີຜົນຄັບຄັບໃຊ້ແຕ່ວັນທີ 6 ກໍລະກົດ 2000 ໄດ້ສ້າງພື້ນຖານນິຕິກຳສຳຄັນໃຫ້ແກ່ວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ. ບົນພື້ນຖານນັ້ນ, ສອງຝ່າຍໄດ້ດຳເນີນການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍໃນພື້ນທີ່ຕົວຈິງ. ວັນທີ 18 ພະຈິກ 2009, ຢູ່ ປັກກິ່ງ, ຈີນ, ສອງຝ່າຍໄດ້ລົງນາມເອກະສານນິຕິກຳວ່າດ້ວຍຊາຍແດນທາງບົກລະຫວ່າງສອງປະເທດ 3 ສະບັບ ລວມມີ: ອະນຸສັນຍາວ່າດ້ວຍການແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ຈີນ; ສົນທິສັນຍາວ່າດ້ວຍຂໍ້ກຳນົດໃນການຄຸ້ມຄອງເຂດຊາຍແດນທາງບົກ ຫວຽດນາມ - ຈີນ; ສົນທິສັນຍາວ່າດ້ວຍດ່ານຊາຍແດນ ແລະ ຂໍ້ກຳນົດໃນການຄຸ້ມຄອງດ່ານຊາຍແດນທາງບົກຫວຽດນາມ - ຈີນ. ທ່ານ ປອ ເຈິ່ນກົງຈຸກ, ອະດີດຫົວໜ້າຄະນະຊາຍແດນ ລັດຖະບານ ຖືວ່າ:

ກ່ຽວກັບດ້ານນິຕິກຳ, ສິ່ງນີ້ຊ່ວຍໃຫ້ພວກເຮົາມີເຂດຊາຍແດນທີ່ໄດ້ຮັບການວາງແຜນກຳນົດ, ໄດ້ແບ່ງເຂດຊາຍແດນ, ປັກຫຼັກໝາຍໂດຍລະບົບຫຼັກໝາຍຊາຍແດນແຫ່ງຊາດທີ່ໃຫຍ່ໂຕມະໂຫຖານ, ໝັ້ນແກ່ນ ແລະ ມີບັນດາເອກະສານດ້ານນິຕິກຳເພື່ອຄຸ້ມຄອງ.

ໃນຕົວຈິງ, ຊຸມປີຜ່ານມາ, ເຂດຊາຍແດນສອງປະເທດໄດ້ຮັກສາຄວາມເປັນປົກກະຕິໂດຍພື້ນຖານ; ລະບົບຫຼັກໝາຍຊາຍແດນໄດ້ຮັກສາຢ່າງໝັ້ນແກ່ນ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັບປະກັນ, ການເຄື່ອນໄຫວເຂົ້າ-ອອກເມືອງ ແລະ ການຄ້າຂ້າມຊາຍແດນນັບມື້ນັບມີຄວາມສະດວກ. ພ້ອມກັນນັ້ນ, ລະບົບດ່ານຊາຍແດນ, ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົບປະແລກປ່ຽນ, ການຮ່ວມມື ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ. ນີ້ແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດ ສືບຕໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍາວນານ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ - ຂົວເຊື່ອມຕໍ່ຖານບ້ານໃກ້ເຮືອນຄຽງ

ບົນພື້ນຖານນັ້ນ, ໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2014 ແລະ ຈັດຂຶ້ນເປັນປະຈຳຈົນຮອດປັດຈຸບັນ, ນັບມື້ນັບເຂົ້າສູ່ລວງເລິກ, ກາຍເປັນຈຸດພົ້ນເດັ່ນຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງແທ້. ຜ່ານນັ້ນ, ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງ ແລະ ຈິດໃຈຄວາມຮັບຜິດຊອບຂອງກອງທັບສອງປະເທດ ໃນການສ້າງເຂດຊາຍແດນແຫ່ງສະຖຽນລະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາ.

ພິທີເລີ່ມລົງມືກໍ່ສ້າງສຸກສາລາມິດຕະພາບ ຕາແສງຫ໋າຍເຊີນ (ພາບ: VOV5)

ໂດຍສືບທອດບັນດາໝາກຜົນນັ້ນ, ໂຄງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 10 ໄດ້ດຳເນີນໃນລະຫວ່າງວັນທີ 18 – 19 ມີນາ ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ສືບຕໍ່ຢັ້ງຢືນບົດບາດເປັນກົນໄກຮ່ວມມືສຳຄັນລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ກຳລັງປົກປັກຮັກສາເຂດຊາຍແດນສອງປະເທດ. ທ່ານ ພັນເອກ ໂດຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ຢັ້ງຢືນວ່າ:

ການພົບປະແລກປ່ຽນຄັ້ງທີ 10 ມີຄວາມໝາຍສຳຄັນພິເສດ, ປະກອບສ່ວນໂດຍກົງເຂົ້າການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ຫວຽດນາມ - ຈີນ; ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງສອງກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງແທ້ຈິງ.   

ຜ່ານການຈັດຕັ້ງແຕ່ລະຄັ້ງ, ໂຄງການໄດ້ຮັບການເປີດກວ້າງກ່ຽວກັບເນື້ອໃນ, ເຂົ້າສູ່ລວງເລິກ ແລະ ຕິດພັນກັບຄວາມຕ້ອງການໃນຕົວຈິງຂອງເຂດຊາຍແດນຢ່າງບໍ່ຢຸດຢັ້ງ. ຈາກບັນດາການເຄື່ອນໄຫວທາງການທູດຂັ້ນສູງຄື: ການໂອ້ລົມເຈລະຈາ, ລາດຕະເວນຮ່ວມ, ຕະຫຼອດຮອດບັນດາການເຄື່ອນໄຫວທີ່ມີລັກສະນະມະນຸດສະທຳ ທຸກສິ່ງເຫຼົ່ານັ້ນລ້ວນແຕ່ມຸ່ງໄປເຖິງເປົ້າໝາຍສູງສຸດນັ້ນແມ່ນທັງເພີ່ມທະວີການປະສານສົມທົບລະຫວ່າງບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ, ທັງເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຜ່ານນັ້ນ ກໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດຕິດພັນລະຫວ່າງສອງຝ່າຍ. ທ່ານ ພັນຕີ ຊາວຈຸນ, ຫົວໜ້າຄະນະເສນາຮັກ ຈີນ ເຂົ້າຮ່ວມການກວດປິ່ນປົວພະຍາດຢູ່ ຫວຽດນາມ ແບ່ງປັນວ່າ:

ກິດຈະກຳຄັ້ງນີ້ແມ່ນມາດຕະການແທດຈິງທີ່ເຮັດໃຫ້ການຮ່ວມມືດ້ານການແພດລະຫວ່າງກອງທັບ ຫວຽດນາມ - ຈີນ ເລິກເຊິ່ງກວ່າອີກ, ກໍ່ຄືແມ່ນສັນຍາລັກຢ່າງມີຊີວິດຊີວາໃຫ້ແກ່ສອງປະເທດໃນການໜູນຊ່ວຍເຊິ່ງກັນແລະກັນ ແລະ ສະໜິດຕິດພັນສາຍໃຈປະຊາຊົນ. ຄວາມສະຫງົບຢູ່ເຂດຊາຍແດນ ແລະ ສຸຂະພາບຂອງປະຊາຊົນແມ່ນຄວາມຫວັງ ແລະ ຄວາມຮັບຜິດຊອບລວມຂອງພວກເຮົາ.

ບັນດາການເຄື່ອນໄຫວລະອຽດ, ແທດຈິງ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນໂດຍກົງເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງກອງທັບ, ອຳນາດການປົກຄອງ ແລະ ປະຊາຊົນສອງປະເທດອີກດ້ວຍ, ແຜ່ກະຈາຍນ້ຳໃຈມິດຕະພາບ, ການຮ່ວມມືໃນທົ່ວເຂດຊາຍແດນຢ່າງເລິກເຊິ່ງກວ້າງຂວາງ. ພາຍຫຼັງທົດສະວັດແຫ່ງການຮັກສາ, ໂຄງການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ໄດ້ກາຍເປັນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງແທ້ຈິງ ແລະ ມຸ່ງໄປເຖິງເປົ້າໝາຍແຫ່ງການສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ.


top